
ວັນທີ 10 ພຶດສະພາ 2026 ອົງການພັດທະນາຕົວເມືອງປາກຊັນ ຮ່ວມ ກັບໂຄງການປາກຊັນມື້ລະຖົງ ແລະ ອໍານາດການປົກຄອງ 2 ບ້ານເມືອງປາກຊັນ ຄື: ບ້ານສີສີອາດ ແລະ ບ້ານໂພນສະອາດ ໄດ້ຮ່ວມກັນຈັດກິດຈະກໍາອານາໄມລວມ ເກັບຂີ້ເຫື້ຍອ ແລະ ຖົງຢາງລຽບຕາມເສັ້ນທາງເລກທີ 13 ໃຕ້ ບໍລິເວນຂອບເຂດບ້ານຂອງຕົນຂຶ້ນ ໂດຍເຂົ້າຮ່ວມຕິດຕາມຂອງ ທ່ານ ນາງ ເຄນໝັ້ນ ລໍມະນີ ຮອງປະທານຜູ້ປະຈໍາການ ອົງການພັດທະນາຕົວເມືອງປາກຊັນ ທ່ານ ຫວັນ ສີທະນູສິນ ຫົວໜ້າໂຄງການປາກຊັນມື້ລະຖົງ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທັງ 2 ບ້ານເຂົ້າຮ່ວມ.

ການຈັດກິດຈະກໍາໃນຄັ້ງນີ້ເພື່ອເປັນການປູກຈິດສໍານຶກ ຮັກສາຄວາມສະອາດໃຫ້ແກ່ຊູມຊົນພາຍໃນເມືອງປາກຊັນ ເປັນການຟື້ນຟູສະພາບສິ່ງແວດລ້ອມພາຍໃນຕົວເມືອງໃຫ້ຢືນຍົງ ການຈັດກິດຈະກໍາ ກໍາຈັດຂີ້ເຫຍື້ອຕົກຄ້າງຕາມພື້ນທີ່ສາທາລະນະ, ຕະຫຼາດ, ຕາມເສັ້ນທາງເລກທີ 13 ໃຕ້ ໃຫ້ກັບຄືນສູ່ສະພາບສະອາດ ສວຍງາມ ເພື່ອສ້າງສູນການຮຽນຮູ້ ດ້ານການກຳຈັດຂີ້ເຫື້ຍອ ໃຫ້ຄວາມຮູ້ ແລະ ຝຶກປະຕິບັດການແຍກຂີ້ເຫຍື້ອທີ່ຖືກຕ້ອງແກ່ເຍົາວະຊົນ ແລະ ປະຊາຊົນ ສາມາດນໍາໄປໃຊ້ໄດ້ໃນຄົວເຮືອນ ແລະ ສະຖານທີ່ເຮັດວຽກ ເພື່ອການມີສ່ວນຮ່ວມຂອງທຸກພາກສ່ວນ ສ້າງຄວາມຮ່ວມມືລະຫວ່າງ ໂຮງຮຽນ, ວັດ, ອົງການຈັດຕັ້ງບ້ານ ແລະ ພໍ່ຄ້າ-ແມ່ຄ້າ ໃຫ້ເປັນກໍາລັງຫຼັກໃນການດູແລ ຮັກສາຄວາມສະອາດຮ່ວມກັນ ເພື່ອສ້າງລະບົບຈັດການຂີ້ເຫຍື້ອທີ່ຍືນຍົງ ລິເລີ່ມລະບົບຄັດແຍກຂີ້ເຫຍື້ອ, ຕັ້ງແຕ່ຕົ້ນທາງ ແລະ ຫາຊ່ອງທາງນໍາຂີ້ເຫຍື້ອຣີໄຊເຄິນ ໄປສ້າງມູນຄ່າກາຍເປັນກອງທຶນພັດທະນາຊຸມຊົນ ໃນເມືອງປາກຊັນ ເພື່ອສ້າງຊຸມຊົນຕົວແບບ ໃຫ້ເມືອງປາກຊັນກາຍເປັນຕົວຢ່າງທີ່ດີດ້ານຄວາມສະອາດ ເພື່ອໃຫ້ພາກສ່ວນອື່ນໆມາສຶກສາຮຽນຮູ້ ແລະ ຂະຫຍາຍຜົນຕໍ່ໄປ ເຊິ່ງວິໃສທັດໂຄງການເມືອງປາກຊັນ ເປັນເມືອງຕົ້ນແບບແຫ່ງຄວາມສະອາດງາມຕາ ທີ່ຂັບເຄື່ອນດ້ວຍພະລັງອາສາສະໝັກ ຂອງໄວໜຸ່ມເມືອງປາກຊັນ 5 ປີຂ້າງໜ້າ ພາຍໃນປີ 2031 ປາກຊັນຈະກາຍເປັນ ຊຸມຊົນປອດຂີ້ເຫຍື້ອ ທຸກຄົວເຮືອນຮູ້ຈັກ ແລະ ເຂົ້າໃຈໃນການປະຕິບັດການແຍກຂີ້ເຫຍື້ອ. 
