ເປີດບັ້ນສອບເສັງຈົບຊັ້ນ ມັດທະຍົມສຶກສາ ຕອນຕົ້ນ ມ4 ຕອນປາຍ ມ7 ແລະ ບຳລຸງ ຕອນປາຍ ມ 7 ສົກຮຽນ 2025-2026 ທົ່ວແຂວງບໍລິຄໍາໄຊ

  ພິທີ ເປີດບັ້ນສອບເສັງຈົບຊັ້ນ ມັດທະຍົມສຶກສາ ຕອນຕົ້ນ ມ 4 ຕອນປາຍ ມ 7 ແລະ ຕອນປາຍ ບໍາລຸງ ມ 7 ສົກຮຽນ 2025-2026 ທົ່ວແຂວງບໍລິຄໍາໄຊ. ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ມິຖຸນາ 2026 ທີ່ສະໂມສອນ ໂຮງຮຽນ ມສ ສີທ່ານາໄຊ ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກໍາມະປົກຄອງແຂວງ ປະທານຄະນະກໍາມະການ ຊີ້ນໍາການສອບເສັງຈົບຊັ້ນຂັ້ນແຂວງ, ມີຕາງໜ້າພະແນກການຂອງແຂວງ – ຫົວໜ້າຫ້ອງການເມືອງ, ບັນດາຄະນະກໍາມະການສອບເສັງຈົບຊັ້ນ, ຄູ – ອາຈານ ຕະຫຼອດຮອດນ້ອງນັກຮຽນຊັ້ນ ມ4 ແລະ ມ7 ເຂົ້າຮ່ວມ.
ໃນພິທີ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານບົດລາຍງານ ຜົນການກຽມຄວາມພ້ອມໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາ ມ4 ແລະ ມ7 ສົກຮຽນ 2025-2026 ເຊິ່ງຈັດຕັ້ງປະຕິບັດເອກະພາບກັນທົ່ວປະເທດ.
ໃນສົກຮຽນ 2025-2026 ນີ້, ທົ່ວແຂວງບໍລິຄໍາໄຊ ມີໂຮງຮຽນມັດທະຍົມທັງໝົດ 68 ແຫ່ງ, ໃນນີ້ມີມັດທະຍົມສຶກສາຕອນ ຕົ້ນ 42 ແຫ່ງ, ເອກະຊົນ 6 ແຫ່ງ, ມສ 25 ແຫ່ງ ແລະ ມ ປາຍ 1 ແຫ່ງ. ການສອບເສັງຊັ້ນ ມ 4 ໃນສົກ ປີ 2025 -2026 ໄດ້ແບ່ງອອກເປັນ 17 ສູນສອບເສັງ ລວມທັງໝົດ ຈໍານວນ 125 ຫ້ອງ, ມີນັກສອບເສັງ ຊັ້ນ ມ 4 ລວມທັງໝົດຈໍານວນ 3,480 ຄົນ, ຍິງ 1,755 ຄົນ. ໄດ້ແບ່ງສູນສອບເສັງອອກຄື: ເມືອງປາກຊັນ 2 ສຸນສອບເສັງ, ເມືອງທ່າພະບາດ 1 ສຸນສອບເສັງ, ເມືອງປາກກະດິງ 3 ສຸນສອບເສັງ, ເມືອງບໍລິຄັນ 3 ສຸນສອບເສັງ, ເມືອງຄໍາເກີດ 3 ສຸນສອບເສັງ, ເມືອງວຽງທອງ 2 ສຸນສອບເສັງ ແລະ ເມືອງໄຊຈໍາພອນ 3 ສູນສອບເສັງ. ເຊິ່ງເລີ່ມສອບເສັງໃນວັນທີ 10 – 12 ມິຖຸນາ 2026. ສ່ວນ ຊັ້ນ ມ7 ໃນສົກ ປີ 2025 – 2026 ໄດ້ແບ່ງອອກເປັນ 11 ສູນສອບເສັງ ລວມທັງໝົດ ຈໍານວນ 87 ຫ້ອງ, ມີນັກສອບເສັງ ຊັ້ນ ມ 7 ລວມທັງໝົດຈໍານວນ 1,728 ຄົນ, ຍິງ 830 ຄົນ. ໄດ້ແບ່ງສູນສອບເສັງອອກຄື: ເມືອງປາກຊັນ 2 ສູນສອບເສັງ, ເມືອງທ່າພະບາດ 1 ສູນສອບເສັງ, ເມືອງປາກກະດິງ 2 ສູນສອບເສັງ, ເມືອງບໍລິຄັນ 2 ສູນສອບເສັງ, ເມືອງຄໍາເກີດ 2 ສູນສອບເສັງ, ເມືອງ ວຽງທອງ 1 ສູນສອບເສັງ ແລະ ເມືອງໄຊຈໍາພອນ 1 ສູນສອບເສັງ. ເຊິ່ງຈະເລີ່ມສອບເສັງໃນວັນທີ 17 – 19 ມິຖຸນາ 2026. ສ່ວນ ມ 7 ບໍາລຸງ ມີນັກສອບເສັງ 30 ຄົນ, ຍິງ 13 ຄົນ, ມີ 1 ສູນສອບເສັງ ຄື: ສູນສອບເສັງ ເມືອງປາກກະດິງ.
ມາຮອດປະຈຸບັນ ໃນການຈັດຕັ້ງ ການສອບເສັງຈົບຊັ້ນ ມໍ4 ແລະ ມໍ7 ສົກຮຽນ 2025-2026 ທຸກສູນສອບເສັງ ແມ່ນໄດ້ຮັບການກວດກາສະພາບອາຄານສະຖານທີ່, ໂຕະ-ຕັ້ງ, ພັດລົມ ແລະ ໄຟຟ້າ ເຊິ່ງ ຮັບປະກັນວ່າຢູ່ໃນສະພາບພ້ອມໃຊ້ງານ ແລະ ມີຄວາມພ້ອມ 100 %. ພ້ອມດຽວກັນນີ້ໃນພິທີຍັງໄດ້ຮັບຟັງກົດລະບຽບຂອງນັກສອບເສັງ ແລະ ກົດລະບຽບຂອງພະນັກງານຍາມຫ້ອງ ຈາກຄະນະກໍາມະການຮັບຜິດຊອບວຍຽກງານທີ່ກ່ຽວຂ້ອງ ໃນຕອນທ້າຍຂອງພິທີ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກໍາມະການປົກຄອງແຂວງ ຍັງໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາ ໂດຍສະເພາະ ຄະນະກໍາມະການທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດລະບຽບ ຂອງການສອບເສັງໃຫ້ມີຄວາມໂປ່ງໃສ, ຍຸຕິທໍາ ພ້ອມທັງຮຽກຮ້ອງ ໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນເອົາໃຈໃສ່ປະຕິບັດພາລະບົດບາດ ສິດ ໜ້າທີ່ຂອງຕົນຢ່າງເຕັມສ່ວນ ຮັບປະກັນໃຫ້ໄດ້ລະບຽບ, ຫຼັກການ ຂອງການສອບເສັງ ແນໃສ່ເຮັດໃຫ້ສູນສອບເສັງຂອງທົ່ວແຂວງ ມີຄວາມສະຫງົບ, ມີຄວາມປອດໄພ, ປະຕິບັດລະບຽບ ແລະ ວາລະຂອງການສອບເສັງຢ່າງເຄັ່ງຄັດ ປະຕິບັດໂມງເວລາການສອບເສັງໃຫ້ເຂັ້ມງວດ. ພ້ອມກັນເອົາໃຈໃສ່ຕິດຕາມກວດກາການສອບເສັງ ເພື່ອເຮັດໃຫ້ບັ້ນສອບເສັງຈົບ ຊັ້ນ ມ4 ແລະ ມ7 ທົ່ວແຂວງບໍລິຄໍາໄຊ ໃນຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa