
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບສູງ, ໃນຕອນບ່າຍວັນທີ 15 ມິຖຸນາ 2026, ຄະນະປະຈຳສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຢ່າງເປັນທາງການ ດັ່ງນີ້:

ເຂດເລືອກຕັ້ງເມືອງປາກຊັນ
1. ທ່ານ ແສງອາລຸນ ແສງອາພອນ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກຊັນ.
2. ທ່ານ ບຸນມີ ເພັງສະຫວັນ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ
ເມືອງປາກຊັນ.
ເຂດເລືອກຕັ້ງເມືອງບໍລິຄັນ
1. ທ່ານ ສົມໃຈ ແກ້ວສຸວັນ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍລິຄັນ.
2. ທ່ານ ແສງສະໄໝ ພະໄຊວໍລະວົງ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍລິຄັນ.
ເຂດເລືອກຕັ້ງເມືອງທ່າພະບາດ
1. ທ່ານ ອຸດອນ ສອນສຸລິນ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງທ່າພະບາດ.
2. ທ່ານ ບຸດສະດີ ແສງມະນີວົງ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງທ່າພະບາດ.
ເຂດເລືອກຕັ້ງເມືອງປາກກະດິງ
1. ທ່ານ ບຸນຄົບ ຈັນທະວົງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກກະດິງ.
2. ທ່ານ ຖາວອນ ປະທຸມມະວັນ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກກະດິງ.
ເຂດເລືອກຕັ້ງເມືອງຄໍາເກີດ
1. ທ່ານ ກີ່ ຊົງລ່າຫວ່າງ ເປັນຫົວໜ້າຄະນະສະມາຊິກສະພສາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄໍາເກີດ.
2. ທ່ານ ກິ່ງ ວັນນະລາ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄໍາເກີດ.
ເຂດເລືອກຕັ້ງເມືອງວຽງທອງ
1. ທ່ານ ອາລຸນສັກ ປະທໍາມະວົງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວຽງທອງ.
2. ທ່ານ ເຄນພອນ ໄຊຍະຈັກ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວຽງທອງ.
ເຂດເລືອກຕັ້ງເມືອງໄຊຈໍາພອນ
1. ທ່ານ ໄກສອນ ຈັນສີນາ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຈໍາພອນ.
2. ທ່ານ ນາງ ສີລາວັນ ແສງໄມພອນ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຈໍາພອນ.
ການແຕ່ງຕັ້ງໃນຄັ້ງນີ້ ເປັນບາດກ້າວສຳຄັນໃນການເພີ່ມທະວີຄວາມຮັບຜິດຊອບ ແລະ ຂະຫຍາຍຂອບເຂດການເຮັດວຽກຂອງສະພາປະຊາຊົນແຂວງ ໃຫ້ເຂົ້າເຖິງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໃນແຕ່ລະທ້ອງຖິ່ນຢ່າງທົ່ວເຖິງ.
