ແຂວງບໍລິຄຳໄຊ ຈັດພິທີປະກາດພະນັກງານນຳພາຄຸ້ມຄອງ ສະພາປະຊາຊົນແຂວງ ພັກການຮັບອຸດໜູນບຳນານ

   ວັນທີ 15 ມິຖຸນາ 2026, ຢູ່ທີ່ຫ້ອງປະຊຸມເບີ 4 ຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ຂອງສະພາປະຊາຊົນແຂວງບໍລິຄຳໄຊ ພັກການຮັບອຸດໜູນບຳນານ ຢ່າງສົມກຽດ.
ໃຫ້ກຽດເຂົ້າຮ່ວມໃນພິທີມີບັນດາທ່ານ ຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ການນຳຂອງແຂວງ, ຄະນະກຳມະການປົກຄອງແຂວງ, ສະມາຊິກສະພາປະຊາຊົນແຂວງ, ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີອັນສົມກຽດນີ້, ໄດ້ຮັບຟັງການຜ່ານມະຕິ ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ ພະນັກງານການນໍາຫຼັກແຫຼ່ງຂອງສະພາປະຊາຊົນແຂວງ ພັກການຮັບອຸດໜູນບໍານານ ດັ່ງນີ້:
1. ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ IV.
2. ທ່ານ ໃສຄໍາ ທອງລັດ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ IV.
3. ທ່ານ ນາງ ມາລີສາ ອາໄພລາດ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ.
4. ທ່ານ ສີສະຫວາດ ທັນທະບູນ ປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ.
ບັນດາທ່ານນີ້ ລ້ວນແລ້ວແຕ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ ຕະຫຼອດໄລຍະເວລາການປະຕິບັດໜ້າທີ່ວຽກງານຮ່ວມຫຼາຍປີຜ່ານມາ, ຕະຫຼອດໄລຍະ 5 ປີ ໃນການດຳລົງຕຳແໜ່ງເປັນ ປະທານສະພາປະຊາຊົນແຂວງ ຊຸດທີ IV, ທ່ານ ປອ ສຸວັນນີ ໄຊຊະນະ ໄດ້ນຳພາ-ຊີ້ນຳ ວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ບົນພື້ນຖານການປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມຂອບເຂດທີ່ກົດໝາຍກຳນົດ ຢ່າງມີຜົນສຳເລັດອັນໂດດເດັ່ນ.
ພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດອັນສະຫງ່າຜ່າເຜີຍ, ສົມກຽດ ແລະ ເຕັມໄປດ້ວຍຄວາມໝາຍໝັ້ນທີ່ຈະສືບຕໍ່ພັດທະນາອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa