
ກອງປະຊຸມປຶກສາຫາລື ເພື່ອຫ້າງຫາກະກຽມໃຫ້ແກ່ກິດຈະກຳ ຍ່າງ, ແລ່ນມາລາທອນ ເພື່ອສະເຫຼີມສະຫຼອງ ວັນໂອແລມປິກສາກົນ ຄົບຮອບ 132 ປີ ທີ່ແຂວງບໍລິຄຳໄຊເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ມີຄະນະກຳມະການ, ອານຸກຳມະການ ທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.

ທ່ານ ຄຳເພັດ ໄຊປັນຍາ ຕາງໜ້າຄະນະກຳມະການກອງເລຂາ ຜ່ານແຜນກິດຈະກຳຍ່າງ, ແລ່ນ ເພື່ອສະເຫຼີມສະຫຼອງ ວັນໂອແລມປີກສາກົນ ຄົບຮອບ 132 ປີ ທີ່ແຂວງບໍລິຄຳໄຊເປັນເຈົ້າພາບ ຈະໄດ້ຈັດຂຶ້ນຕອນເຊົ້າມືດຂອງວັນທີ 3 ກໍລະກົດ 2026 ຢູ່ເທດສະບານເມືອງປາກຊັນ ໂດຍກຳນົດຈຸດເປີດ-ປິດງານຢູ່ສະໜາມເດີ່ນດອກປີກໄກ່, ກ່ອນເປີດງານຈະໄດ້ຮັບຊົມການສະແດງສິລະປະຈາກນ້ອງນັກຮຽນຈຳນວນ 4 ລາຍການ, ເຂົ້າຮ່ວມງານໃນຄັ້ງນີ້ ຈະມີການນຳຂັ້ນສູງຈາກສູນກາງ, ຂັ້ນແຂວງ, ກິດຈະກຳປະກອບມີ ຂະບວນແລ່ນ ຮຸ່ນຊາວໜຸ່ມຍິງ-ຊາຍ ໄລຍະ 7,5 ກິໂລແມັດ, ຂະບວນແລ່ນຮຸ່ນເຍົາວະຊົນຍິງ – ຊາຍ 7,5 ກິໂລແມັດ, ຂະບວນແລ່ນຮຸ່ນ ອາວຸໂສຍິງ-ຊາຍ 7,5 ກິໂລແມັດ ແລະ ຂະບວນຍ່າງເພື່ອສຸຂະພາບຄະນະນຳ ສັງລວມທີ່ນັກກິລາລົງທະບຽນເຂົ້າຮ່ວມກິດຈະກຳໃນຄັ້ງນີ້ກວ່າ 3.000 ຄົນ. ການຈັດກິດຈະກຳຍ່າງ-ແລ່ນ ເພື່ອສະເຫຼີມສະຫຼອງວັນໂອແລມປິກສາກົນ (Olympic Day) ຄົບຮອບ 132 ປີ ມີຈຸດປະສົງສຳຄັນໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານສຸຂະພາບ, ສັງຄົມ ແລະ ການເຜີຍແຜ່ອຸດົມການຂອງກິລາໂອແລມປິກ, ກິດຈະກຳຍ່າງ-ແລ່ນນີ້ ບໍ່ແມ່ນພຽງແຕ່ການອອກກຳລັງກາຍທົ່ວໄປ ແຕ່ມັນແມ່ນ *”ສັນຍະລັກແຫ່ງຄວາມຮ່ວມມື, ມິດຕະພາບ ວັດທະນະທຳ ແລະ ສັນຕິພາບ”* ທີ່ເຊື່ອມໂຍງຄົນລາວທຸກຄົນເຂົ້າກັບກະແສຂອງໂລກ ໂດຍມີກິລາເປັນສື່ກາງ. ນອກຈາກການປະກອບຄຳເຫັນຈາກຂະແໜງການແລ້ວ ໃນຕອນທ້າຍ ທ່ານ ສົມໃຈ ຄຸນພະໄຊ ຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການ, ອານຸກຳມະການ ຈົ່ງໄດ້ມີຄວາມຮັບຜິດສູງຕໍ່ວຽກງານຕົນເອງຮັບຜິດຊອບ ເຮັດໃຫ້ການເປັນເຈົ້າພາບກິດຈະກຳຍ່າງ, ແລ່ນ ເພື່ອສະເຫຼີມ-ສະຫຼອງ ວັນໂອແລມປີກສາກົນ ຄົບຮອບ 132 ປີ ທີ່ແຂວງບໍລິຄຳໄຊ ໃນຄັ້ງນີ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.
