ວັນທີ 16 ມິຖຸນາ 2026 ຢູ່ຫ້ອງປະຊຸມ ຫ້ອງວ່າການແຂວງ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ໄດ້ຈັດພິທີປະກາດ ສ້າງຕັ້ງໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ ຮອງຫົວໜ້າຫ້ອງການ, ຫົວໜ້າຂະແໜງ, ຮອງຂະແໜງຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີບັນດາຫົວໜ້າຫ້ອງການ, ພະແນກການ, ຫົວໜ້າຂະແໜງ ຮອງຂະແໜງ , ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ອຸທິດ ແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງສະບັບເລກທີ 289/ຄປພ, ລົງວັນທີ 29 ພຶດສະພາ 2026 ວ່າດ້ວຍການສ້າງຕັ້ງໜ່ວຍພັກຮາກຖານຫ້ອງການການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ 288/ຄປພ, ລົງວັນທີ 27 ພຶດສະພາ 2026 ຄະນະປະຈຳພັກແຂວງຕົກລົງເຫັນດີບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຫ້ອງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງດັ່ງມີລາຍຊື່ຕໍ່ໄປນີ້ ສະຫາຍ ແກ້ວວິລາ ທິບດາລາ ເປັນເລຂາໜ່ວຍພັກ, ສະຫາຍ ແກ້ວອຸໄລ ບຸຈະເລີນ ເປັນຮອງເລຂາ ແລະ ສະຫາຍ ທະວີໄຊ ໄຊຍະເພັດ ເປັນຜູ້ກວດກາໜ່ວຍພັກ

ແລະ ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 277/ຄປຂ, ລົງວັນທີ 28 ພຶດສະພາ 2026 ວ່າດ້ວຍການຍົກຍ້າຍພະນັກງານໄປປະຈຳການຢູ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ປະທານຄະນະກຳມະການປົກຄອງແຂວງ
ຕົກລົງເຫັນດີຍົກຍ້າຍ ທ່ານ ທະວີໄຊ ໄຊຍະເພັດ ຫົວໜ້າຂະແໜງບັນຊີພະແນກການເງິນແຂວງໄປປະຈຳການຢູ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ,
ຂໍ້ຕົກລົງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 280/ຄປຂ, ລົງວັນທີ 28 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ມີລາຍລະອຽດດັ່ງນີ້: ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ທ່ານ ນາງ ຕິມ ມະນີຄໍາ ເປັນຫົວໜ້າຂະແໜງ, ທ່ານ ນາງ ປາວິນາ ຄໍາພູມີ ເປັນຮອງຫົວໜ້າຂະແໜງ, ທ່ານ ສຸກສະຫວັນ ວໍລະສານ ເປັນຮອງຫົວໜ້າຂະແໜງ,
ທ່ານ ນາງ ນ້ອຍ ສິລິຈັນທາ ແລະ ທ່ານ ນາງ ວິໄລວັນ ທະລາພອນ ເປັນວິຊາການ, ຂະແໜງຄົ້ນຄວ້າ ແລະ ສົ່ງເສີມການລົງທຶນ ທ່ານ ຄໍາສະໄຫວ ຫຼວງດີ ເປັນຮັກສາການຫົວໜ້າຂະແໜງ, ທ່ານ ທິບພາລັກ ອິນທະວົງໄຊ ເປັນຮອງຫົວໜ້າຂະແໜງ, ທ່ານ ນາງ ດວງມະນີ ມູນທະດີ ເປັນຮອງຫົວໜ້າຂະແໜງ, ທ່ານ ນາງ ສີສຸພັນ ດວງວັນນະວົງ ແລະ ທ່ານ ນາງ ທອງສະຫວັດ ແກ້ວວິເສດ ເປັນວິຊາການ, ຂະແໜງຄຸ້ມຄອງ, ກວດກາ ແລະ ປະເມີນຜົນ ທ່ານ ວາຍຸ ຫຼວງລາດບັນດິດ ເປັນຫົວໜ້າຂະແໜງ, ທ່ານ ອານຸກອນ ປະພັດສະລາງ ເປັນຮອງຫົວໜ້າຂະແໜງ, ທ່ານ ຄໍາສະໝຸດ ສີປະເສີດ ເປັນຮອງຫົວໜ້າຂະແໜງ, ທ່ານ ຫົງທອງ ຈັນທະວົງ ແລະ ທ່ານ ນາງ ມະໄລຄໍາ ສຸກສໍາລານ ເປັນວິຊາການ.

ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນໃນການຊັບຊ້ອນແຕ່ງຕັ້ງບູກຄະລາກອນແມ່ນເປັນການຈັດວາງບຸກຄະລາກອນໃຫ້ຖືກຕ້ອງຕາມຕຳແໜ່ງງານສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍກຳແໜ້ນບົດບາດສິດໜ້າທີ່ວຽກງານເຮັດໃຫ້ສຳເລັດຕາມແຜນການທີ່ວາງໄວ້.