
ກອງປະຊຸມສະຫຼຸບຕີລາຄາຄືນວຽກງານສື່ມວນຊົນປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ມີບັນດາທ່ານຕາງໜ້າໃຫ້ແກ່ພະແນກການ, ກົມກອງພາຍໃນແຂວງທີ່ມີສ່ວນຮ່ວມຈັດລາຍການວິທະຍຸ ຕະຫຼອດຮອດພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ທ່ານ ສີຫອມ ສອນມະນີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ຜ່ານຮ່າງບົດສະຫຼຸບໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຍົກໃຫ້ເຫັນຫຼາຍວຽກງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ບົກຮຽນທີ່ສາມາດຖອດຖອນໄດ້ ສະຖານີວິທະຍຸ-ໂທລະພາບແຂວງບໍລິຄໍາໄຊ ເຮັດໜ້າທີ່ເປັນກະບອກສຽງໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສະໜອງຂໍ້ມູນຂ່າວສານຕ່າງໆເພື່ອຮັບໃຊ້ສັງຄົມ, ຂະ
ແໜງສື່ມວນຊົນ ແມ່ນຂະແໜງໜຶ່ງທີ່ເປັນເສນາທິການໃຫ້ແກ່ຄະນະໂຄສະນາອົບຮົມແຂວງ, ລົງເກັບກຳຂ່າວ ຂຽນຂ່າວ ອອກອາກາດວິທະຍຸ, ເວັບໄຊ, ໜັງສືພິມ ແລະ ເຟສບຸກ ໃນ 1 ປີໄດ້ 1,220 ຂ່າວ ໃນນັ້ນຂ່າວເຄື່ອນໄຫວເອງ 765 ຂ່າວ, ຈາກບັນດາເມືອງ ແລະ ພະແນກການອ້ອມຂ້າງສົ່ງໃຫ້ 360 ຂ່າວ, ສົ່ງຂ່າວເດັ່ນໃຫ້ໂທລະພາບແຫ່ງຊາດ 420 ຂ່າວ, ລາຍງານຂ່າວຕາມເຫດການໄດ້ 410 ຂ່າວ, ລາຍງານຂ່າວພາກຂ່າວທົ່ວໄປໃຫ້ວິທະຍຸແຫ່ງຊາດໄດ້ 402 ຂ່າວ, ລາຍງານຂ່າວເປັນພາສາມົ້ງໃຫ້ວິທະຍຸກະຈາຍສຽງແຫ່ງຊາດໄດ້ 60 ຂ່າວ, ເຂົ້າລາຍການໂທລະສັບບອກຂ່າວໄດ້ 49 ຄັ້ງ, ສໍາພາດໄດ້ 45 ພາກສ່ວນ. ຖ່າຍທອດສຽງກອງປະຊຸມສະພາປະຊາຊົນແຂວງ ໄດ້ 3 ຄັ້ງ, ມີລາຍການວິທະຍຸທັງໝົດ 38 ລາຍການ, ຖ່າຍທອດຈາກແຫ່ງຊາດ 3 ລາຍການ, ພາກສ່ວນອື່ນເຊົ່າ 1 ລາຍການ, ພະແນກການກົມກອງອ້ອມຂ້າງແຂວງ 15 ລາຍການ, ຈັດເອງມີ 18 ລາຍການ, ລາຍການເປົ້າໝາຍມີ 13 ລາຍການ, ລາຍການບັນເທິງ 5 ລາຍການ, ກະຈາຍສຽງເປັນ 3 ພາສາເຜົ່າຄື: ລາວລຸ່ມ, ມົ້ງ ແລະ ກຶຼມມຸ, ອັບໂຫຼດໜັງສືພິມລົງເຜຈໜັງສືພິມບໍລິຄໍາໄຊໄດ້ທັງໝົດ1,550 ຂ່າວ. ຕາງໜ້າພະແນກການ, ກົມກອງໄດ້ປະກອບຄຳເຫັນແລກປ່ຽນເປັນຕົ້ນແມ່ນບັນຫາທີ່ຍັງຄົງຄ້າງ ນັກຈັດລາຍການບາງພະແນກແມ່ນບໍ່ທັນໄດ້ຜ່ານການຝຶກອົບຮົມ, ການເຂົ້າລາຍການຍັງປະຕິບັດໂມງເວລາບໍ່ທັນໄດ້ດີ, ການສະເໜີຂ່າວ ແລະ ວິເຄາະຂ່າວອອກລາຍການ ຍັງເປັນລັກສະນະອ່ານສູ່ກັນຟັງ, ອຸປະກອນຮັບໃຊ້ເຂົ້າໃນວຽກງານລາຍການຍັງຂາດເຂີນ, ຂ່າວ ສ່ວນຫຼາຍກໍ່ຍັງແມ່ນຂ່າວພິທີການ,ຈັດຝຶກອົບຮົມພະນັກງານວິຊາການ, ໃນຕອນທ້າຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຕາງໜ້າໃຫ້ຄະນະປະຈຳພັກແຂວງ ໄດ້ຍ້ອງຍໍຊົມເຊີຍຜົນງານໄຍະ 1 ປີຜ່ານມາ ເພື່ອເຮັດໃຫ້ວຽກງານຈຸດສຸມ 1 ປີໃນຕໍ່ໜ້າ ຂະແໜງສື່ມວນຊົນຄະນະໂຄສະນາອົບຮົມແຂວງ ຕ້ອງເປັນເຈົ້າການສູມສະຕິປັນຍາເຂົ້າໃນຄວາມຮັບຜິດຕໍ່ໜ້າທີ່ການເມືອງຂອງພັກທີ່ໄດ້ຮັບມອບໝາຍ, ມີຄວາມເປັນເອກະພາບພາຍໃນ, ເຕົ້າໂຮມຄວາມສາມັກເປັນປຶກແຜ່ນ, ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມີທັກສະນະຫຼັກໝັ້ນທາງດ້ານການເມືອງພາຍໃຕ້ກົດໝາຍຂອງ ສປປລາວ ຫັນວຽກງານສື່ໃຫ້ເປັນທັນສະໄໝທັນເຫດການ, ມີຄວາມຊັດເຈນ,ຖືກຕ້ອງກັບຄວາມເປັນຈິງ ຖືເອົາສື່ຕໍ່ຕ້ານກັບກຸ່ມຄົນບໍ່ຫວັງດີທີ່ໂຄສະນາບິດເບືອນບໍ່ມີມູນຄວາມຈິງ.
