ວັດທະນາທຳ ແລະ ການທ່ອງທ່ຽວ ປະກາດການຈັດຕັ້ງຫຼາຍຕຳແໜ່ງ

ພິທີປະກາດແຕ່ຕັ້ງຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ແລະ ຊັບຊ້ອນພະນັກງານວິຊາການ ຂຶ້ນກັບພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ມິຖຸນາ 2026 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມມອບຂໍ້ຕົກລົງຂອງ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງບໍລິຄຳໄຊ, ມີແຂກຖືກເຊີນຈາກພະແນກການ, ປະທານສະມາຄົມເຮືອນພັກ, ຮ້ານອາຫານ,ພະນັກງານຫຼັກແຫຼ່ງ, ພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.
ປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຕອງແຂວງບໍລິຄຳໄຊ,ໂດຍອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ອີງຕາມບົດບັນທຶກກອງປະຊຸມທາບທາມ ແລະ ນິຕິກຳທີ່ກ່ຽວຂ້ອງ ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ຄໍາພອນ ອິນທະວົງ ຮອງຫົວໜ້າຂະແໜງບໍລິຫານ ເປັນຫົວໜ້າຂະແໜງວັດທະນະທຳ, ທ່ານ ຂັນທອງ ພົມມະລາດ ຮອງຫົວໜ້າຂະແໜງບໍລິຫານ ເປັນຫົວໜ້າຂະແໜງຄຸ້ມຄອງການທ່ອງທ່ຽວ, ທ່ານ ແກ່ນຈັນ ແກ້ວວັນໄຊ ຮອງຫົວໜ້າຂະແໜງວັດທະນະທຳ ເປັນ ຫົວໜ້າກອງວິຊາການວັດທະນະທຳ, ທ່ານ ໄຊແກ້ວ ວົງວິໄລ ວິຊາການຂະແໜງວັດທະນະທໍາ ເປັນ ຮອງຫົວໜ້າຂະແໜງບໍລິຫານ, ທ່ານ ນາງ ຂັນທະລີ ແກ້ວວົງວິຈິດ ວິຊາການຂະແໜງບໍລິຫານ ເປັນ ຮອງຫົວໜ້າຂະແໜງບໍລິຫານ, ທ່ານ ສຸພາລັກ ຫຼວງລາດບັນດິດ ວິຊາການຂະແໜງວັດທະນະທໍາ ເປັນ ຮອງຫົວໜ້າຂະແໜງວັດທະນະທຳ, ທ່ານ ວຽງສາລີ ອຸມາລີ ວິຊາການຂະແໜງທ່ອງທ່ຽວ ເປັນ ຮອງຫົວໜ້າຂະ
ແໜງພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ, ທ່ານ ນາງ ລຸ້ງລາວັນ ສິລິວົງສາ ວິຊາການກອງວັດທະນະທໍາ ເປັນ ຮອງຫົວໜ້າກອງວິຊາການວັດທະນະທຳ, ທ່ານ ສາຍສະໜອນ ໄຊຍະວົງ ຮອງຫົວໜ້າກອງວິຊາການວັດທະນະທຳ ເປັນ ຮອງຫົວ
ໜ້າຂະແໜງວັດທະນະທຳ, ທ່ານ ບຸນຄໍ້າ ພົມນຸອິນ ຫົວໜ້າຂະແໜງທ່ອງທ່ຽວ ເປັນ ຫົວໜ້າຂະແໜງພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ, ທ່ານ ນາງ ດອກບານ ຈັກວົງສາ ຮອງຫົວໜ້າຂະແໜງວັດທະນະທຳ ເປັນ ຮອງຫົວໜ້າຂະ
ແໜງພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ, ທ່ານ ນາງ ພຸດທະສອນ ເວດທະນາ ຮອງຫົວໜ້າຂະແໜງທ່ອງທ່ຽວ ເປັນ ຮອງ ຫົວໜ້າຂະແໜງຄຸ້ມຄອງການທ່ອງທ່ຽວ, ທ່ານ ປານີ ເທບສົມບັດ ຮອງຫົວໜ້າຂະແໜງທ່ອງທ່ຽວ ເປັນ ຮອງ ຫົວໜ້າຂະແໜງຄຸ້ມຄອງການທ່ອງທ່ຽວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa