ຄະນະປະຈໍາສະພາປະຊາຊົນແຂວງບໍລິຄຳໄຊ ປະກາດແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳ 7 ເມືອງ

  
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບສູງ, ໃນຕອນບ່າຍວັນທີ 15 ມິຖຸນາ 2026, ຄະນະປະຈຳສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຢ່າງເປັນທາງການ ດັ່ງນີ້:
 ເຂດເລືອກຕັ້ງເມືອງປາກຊັນ
1. ທ່ານ ແສງອາລຸນ ແສງອາພອນ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກຊັນ.
2. ທ່ານ ບຸນມີ ເພັງສະຫວັນ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ
ເມືອງປາກຊັນ.
ເຂດເລືອກຕັ້ງເມືອງບໍລິຄັນ
1. ທ່ານ ສົມໃຈ ແກ້ວສຸວັນ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍລິຄັນ.
2. ທ່ານ ແສງສະໄໝ ພະໄຊວໍລະວົງ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍລິຄັນ.
 ເຂດເລືອກຕັ້ງເມືອງທ່າພະບາດ
1. ທ່ານ ອຸດອນ ສອນສຸລິນ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງທ່າພະບາດ.
2. ທ່ານ ບຸດສະດີ ແສງມະນີວົງ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງທ່າພະບາດ.
 ເຂດເລືອກຕັ້ງເມືອງປາກກະດິງ
1. ທ່ານ ບຸນຄົບ ຈັນທະວົງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກກະດິງ.
2. ທ່ານ ຖາວອນ ປະທຸມມະວັນ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກກະດິງ.
 ເຂດເລືອກຕັ້ງເມືອງຄໍາເກີດ
1. ທ່ານ ກີ່ ຊົງລ່າຫວ່າງ ເປັນຫົວໜ້າຄະນະສະມາຊິກສະພສາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄໍາເກີດ.
2. ທ່ານ ກິ່ງ ວັນນະລາ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄໍາເກີດ.
 ເຂດເລືອກຕັ້ງເມືອງວຽງທອງ
1. ທ່ານ ອາລຸນສັກ ປະທໍາມະວົງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວຽງທອງ.
2. ທ່ານ ເຄນພອນ ໄຊຍະຈັກ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວຽງທອງ.
 ເຂດເລືອກຕັ້ງເມືອງໄຊຈໍາພອນ
1. ທ່ານ ໄກສອນ ຈັນສີນາ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຈໍາພອນ.
2. ທ່ານ ນາງ ສີລາວັນ ແສງໄມພອນ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຈໍາພອນ.
ການແຕ່ງຕັ້ງໃນຄັ້ງນີ້ ເປັນບາດກ້າວສຳຄັນໃນການເພີ່ມທະວີຄວາມຮັບຜິດຊອບ ແລະ ຂະຫຍາຍຂອບເຂດການເຮັດວຽກຂອງສະພາປະຊາຊົນແຂວງ ໃຫ້ເຂົ້າເຖິງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໃນແຕ່ລະທ້ອງຖິ່ນຢ່າງທົ່ວເຖິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa