ກອງປະຊຸມໃຫຍ່ ຄັ້ງທີ IV ຊາວໜຸ່ມໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

ໃນຕອນບ່າຍ ຂອງວັນທີ 01 ເມສາ 2024 ຊາວໜຸ່ມໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ປາດິດ ຈັນທະລາ  ເລຂາຊາວໜຸ່ມໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ຄໍາໃສ ຄໍາພູບານ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍແຂກຖືກເຊີນ ຕາງໜ້າຄະນະຊາວໜຸ່ມຈາກຂົງເຂດການເມືອງ, ອົງການແນວລາວສ້າງຊາດແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 15 ສະຫາຍ.

ກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະພາບກັນຮັບຮອງເອົາບັນດາເນື້ອໃນດັ່ງນີ້:

  1. ກອງປະຊຸມໄດ້ພ້ອມກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະຊາວໜຸ່ມໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ສະໄໝທີ III, ໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ໃນໄລຍະ 05 ປີຜ່ານມາ ແລະ ໄດ້ເປັນເອກະພາບກັນຮັບຮອງເອົາຄາດໝາຍສູ້ຊົນ ແລະ ທິດທາງແຜນການ 05 ປີຕໍ່ໜ້າ ( 2024-2029 ).
  2. ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມ ຊຸດທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງ-ສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ 05 ສະຫາຍ, ຍິງ 04 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ຍິງ 03 ສະຫາຍ ເປັນຄະນະຊາວໜຸ່ມຊຸດໃໝ່ ດັ່ງນີ້: ສະຫາຍ ນາງ ແກ້ວວຽງຄອນ ທຸມມະນີວອນ ເປັນເລຂາ, ສະຫາຍ ນາງ ທັດສະນີ ດວງປັນຍາ ເປັນຮອງເລຂາ, ທັງເປັນຜູ້ກວດກາ ແລະ ສະຫາຍ ນາງ ສົມຟ້າ ແກ້ວມະນີວົງ   ເປັນຮອງເລຂາ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເປັນກຽດຮັບຟັງການໂອ້ລົມຈາກ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ແລະ ຜົນງານການເຄື່ອນໄຫວ ທີ່ຄະນະຊາວໜຸ່ມ ຊຸດທີ III ຍາດມາໄດ້ໃນໄລຍະ 05 ປີຜ່ານມາ, ພ້ອມທັງໃຫ້ທິດຊີ້ນໍາໃນການເຄື່ອນໄຫວວຽກງານຊາວໜຸ່ມໃນຕໍ່ໜ້າ ແລະ ມອບໃຫ້ຄະນະຊຸດໃໝ່ ສືບ ຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງໃຫຍ່ ຄັ້ງທີ IV ນີ້ ໃຫ້ໄດ້ຮັບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ, ເຮັດໃຫ້ອົງການຊາວໜຸ່ມນັບມື້ນັບເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa