ແຂວງບໍລິຄໍາໄຊ ຈັດຕັ້ງໂຄສະນາ-ປາຖະກະຖາ ວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ຄໍາໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພິ່ນໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ.

ໃນຕອນເຊົ້າຂອງວັນທີ 02 ກຸມພາ 2024 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ( 08/02/1924-08/02/2024 ), ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ໂດຍ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະບໍລິຫານງານພັກແຂວງ, ປະທານແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 11, ສະມາຊິກສະພາປະຊາຊົນແຂວງ, ນາຍທະຫານ, ນາຍຕໍາຫຼວດ, ພະນັກງານນັກຮົບ, ພະນັກງານອາວຸໂສບໍານານ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະ ກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 300 ທ່ານ, ຍິງ 98 ທ່ານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa