ເມືອງບໍລິຄັນ ແຂວງບໍລິຄໍາໄຊ ຈັດພິທີຮັບຮອງເອົາ ຄອບຄົວ ແລະ ບ້ານ ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານການເມືອງ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍ

ໃນຕອນເຊົ້າຂອງວັນທີ 22 ມີນາ 2024 ຢູ່ທີ່ບ້ານນາໂອ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີຮັບຮອງເອົາຄອບຄົວ ແລະ ບ້ານ ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານການເມືອງ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ, ເລ ຂາພັກເມືອງ, ເຈົ້າເມືອງບໍລິຄັນ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄໍາໃສ ຄໍາພູບານ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມຜູ້ຊົງຄຸນວຸດທິ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທັງ 03 ບ້ານເຂົ້າຮ່ວມ;

ໃນພິທີດັ່ງກ່າວ ຄະນະຮັບຜິດຊອບຂັ້ນເມືອງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ໃນປີ 2023 ແລະ ທິດທາງແຜນການສູ້ຊົນ ປີ 2024, ພ້ອມທັງ ມອບໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ 03 ບ້ານຄື: ບ້ານນາໂອ, ບ້ານໂພນຂາມ ແລະ ບ້ານຫາດໂພ ທີ່ໄດ້ຮັບນາມມະຍົດເປັນບ້ານທີ່ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານການ ເມືອງ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ ເຊິ່ງເປັນບ້ານ-ເປັນເມືອງທຳອິດຂອງແຂວງບໍລິຄຳໄຊ (ເປັນແບບຢ່າງໃຫ້ທົ່ວແຂວງ), ໃນຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມຈາກ ທ່ານວັນ ເລີນ ປຸ້ຍໄມນີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງບໍລິຄັນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa