ໃນວັນທີ 6 ສິງຫາ 2026 ທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ແລະ ການນໍາແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ວິໄຊ ພູມີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຂະແໜງກ່ຽວຂ້ອງ ໄດ້ລົງຕິດຕາມເບິ່ງສະພາບການ ພູເຈື່ຶອນທັບຖົມເສັ້ນທາງເລກ 8 A ພູຜາມ່ານ ຢູ່ເຂດເມືອງຄູນຄໍາ ແຂວງຄໍາມ່ວນ
ເນື່ອງຈາກຖືກຜົນກະທົບ ຈາກພະຍຸຝົນຕົກໜັກລຽນກັນເປັນຫຼາຍມື້ຕິດຕໍ່ກັນ ເລີ່ມແຕ່ວັນທີ 3 ສິງຫາ 2026 ເປັນຕົ້ນມາ ກໍ່ເກີດໃຫ້ມີດິນເຊາະເຈື່ອນທັງໝົດ 9 ຈຸດ ມີຄວາມຍາວ 400 ແມັດ, ເສັ້ນທາງຖືກກັດເຊາະ ເສຍຫາຍໜັກ 7 ຈຸດ ມີລວງຍາວ 435 ແມັດ ໃນນັ້ນມີການເຊາະໜ້າທາງເຂົ້າຂົວ 1 ຈຸດ ຍາວ 20 ແມັດ, ຮ່ອງລະບາຍນໍ້າຂ້າງທາງເສຍຫາຍເປ່ເພທັງໝົດ 2 ຂ້າງທາງ ມີລວງຍາວທັງໝົດ 3,500 ແມັດ ຈຸດນໍ້າຖ້ວາມ 5 ຈຸດ ຄວາມຍາວ 3,200 ແມັດ ຕໍ່ກັບສະພາບການດັ່ງກ່າວ ທາງກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ຄືການນໍາຂອງແຂວງບໍລິຄໍາໄຊ ໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຜູ້ຮັບເໝົາ ໄດ້ແກ້ໄຂຢ່າງຮີບດ່ວນ ໃນມື້ເກີດເຫດ ເຫັນວ່າສະພາບເສັ້ນທາງ ຖືກເປ່ເພຢ່າງໜັກໜ່ວງ ບໍ່ສາມາເປີດການສັນຈອນໄດ້ເທື່ອ ປະຈຸບັນພາກສ່ວນທີ່ກຽ່ວຂ້ອງ ກໍາລັງພະຍາຍາມແກ້ໄຂ ໂດຍສະເພາະແມ່ນຈຸດດິນເຈື່ອນ ກິໂລແມັດ 31+600 ທີ່ທະລຸບໍ່ຊອດ
ຍ້ອນມີຫີນໃຫ່ຍຈໍານວນຫຼາຍ ຢູ່ໜ້າທາງຈະຕ້ອງໄດ້ໃຊ້ຊີເຈາະລະເບີດ ສໍາລັບເສັ້ນທາງທີ່ຖືກກັດເຊາະຈະໄດ້ຖົມຮ່ອງນໍ້າ ແກ້ໄຂການສັນຈອນລົດເບົາ ໃຫ້ທຽວໄດ້ປົກກະຕິ ໃນວັນທີ 8 ສິງຫາ 2026 ເພື່ອແນໃສ່ເຮັດໃຫ້ ການສັນຈອນໃຫ້ທຽວໄດ້ເປັນປົກກະຕິ ສ່ວນມູນຄ່າການເສຍຫາຍແມ່ນກໍາລັງເກັບກໍາຂໍ້ມູນ.
