ລັດຖະມົນຕີກະຊວງ ຍທຂ ມອບເຄື່ອງຊ່ວຍເຫຼືອໄພພິບັດ ຢູ່ແຂວງບໍລິຄຳໄຊ

ວັນທີ 30 ສິງຫາ 2026 ຢູ່ທີ່ຫ້ອງຮັບຮອງຂອງແຂວງ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະໄດ້ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງບໍລິຄຳໄຊ ເປັນກຽດຕ້ອນຮັບໂດຍ ທ່ານ ສອນທະນູ ທຳມະວົງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ.
ໂອກາດນີ້ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ເຫັນໄດ້ຜົນກະທົບຈາກໄພພິບັດ ລັດຖະບານເວົ້າລວມ ເວົ້າສະເພາະແມ່ນກະຊວງ ຍທຂ ມີຄວາມເປັນຫວ່ງເປັນໄຍ ນຳພໍ່ແມ່ປະຊາຊົນບັນດາເຜົ່າ ຈຶ່ງໄດ້ສ້າງຂະບວນການ ປຸກລະດົມແຫຼ່ງທຶນຈາກ ລັດວິສາຫະກິດ, ບໍລິສັດອ້ອມຂ້າງກະຊວງ ເພື່ອລົງມາຊ່ວຍເຫຼືອໄພພິບັດຢູ່ແຂວງບໍລິຄຳໄຊ ໂດຍສະເພາະແມ່ນຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນເດືອນຜ່ານມາ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ລວມມີ ເຂົ້້າສານ ຈຳນວນ 8 ໂຕ່ນ, ນ້ຳດື່ມ 100 ແກັດ ລວມມູນຄ່າ 200 ລ້ານກີບ. ເພື່ອເອົາມາແກ້ສຸກເສີນຂອງຊີວິດການເປັນຢູ່ຂອງປະຊາຊົນໃນປະຈຸບັນ.
ໃນໂອການນີ້ ທ່ານເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ຕາງໜ້າຄະນະນໍາແຂວງ ໄດ້ສະແດງຄວາມຂອບໃຈຕໍ່ການນໍາກະຊວງ ຍທຂ ທີ່ໄດ້ມີນໍາໃຈ ລະດົມຜູ້ປະກອບການອ້ອມຂ້າງກະຊວງລົງມາຊ່ວຍເຫຼືອເຂົ້າສານ ແລະ ນ້ຳດື່ມ ໃນຄັ້ງນີ້ ພ້ອມນັ້ນທ່ານກໍ່ໄດ້ແຈ້ງສະພາບຜົນກະທົບຈາກໄພພິບັດ ຈາກນໍ້າຖ້ວມພາຍໃນແຂວງບໍລິຄຳໄຊ ໃນໄລຍະຜ່ານມາ ໃຫ້ລັດຖະມົນຕີກະຊວງ ຍທຂ ຮັບຊາບ ພ້ອມໄດ້ປຶກສາຫາລືແຜນຮັບມືໄລຍະສັ້ນ ແລະ ໄລຍະຍາວ ຕໍ່ກັບການປັບປຸງພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງວັນທີ 5 ກໍລະກົດ ຫາ 21 ສິງຫາ 2026 ແຂວງບໍລິຄໍາໄຊ ເຊິ່ງໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນ ເປັນວົງກວ້າງກວມເອົາທຸກເມືອງພາຍໃນແຂວງ ໂດຍສະເພາະແມ່ນເນື້ອທີ່ນາ, ເນື້ອທີ່ຜະລິດກະສິກໍາ, ສັດລ້ຽງ, ຊົນລະປະທານ, ທີ່ຢູ່ອາໄສ, ຊັບສິນ, ພື້ນຖານໂຄງລ່າງຕ່າງໆ ໄດຮັບຄວາມເປ່ເພເສຍຫາຍຈໍານວນຫຼວງຫຼາຍ ເຊິ່ງໄດ້ມີການປະເມີນໃນເບື້ອງຕົ້ນ ແລະ ສືບຕໍ່ປະເມີນຄວາມເສຍຫາຍ ເພື່ອຂຶ້ນແຜນ ພື້ນຟູ ແລະ ຈັດສັນແຫຼ່ງທຶນ ເພື່ອຊ່ວຍເຫຼືອປະຊາຊົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa