ພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ທົ່ວແຂວງບໍລິຄຳໄຊ

ວັນທີ 31 ສິງຫາ 2026 ຢູ່ທີ່ສະໂມສອນ ໂຮງຮຽນ ມສ ສີທ່ານາໄຊ ໄດ້ຈັດພິທີໄຂສົກຮຽນໃໝ່ປະຈໍາສົກຮຽນ 2026-2027 ທົ່ວແຂວງບໍລິຄໍາໄຊ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ. ທ່ານ ລົມ ແພງສຸກ ຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ ມີຕາງໜ້າພະແນກການຂອງແຂວງ, ຫົວໜ້າຫ້ອງການ ຄະນະກໍາມະການປົກຄອງເມືອງປາກຊັນ ຕາງໜ້າ ຄະນະອໍານວຍການ ຄູ-ອາຈານ ແລະ ນ້ອງນັກຮຽນ ແຕ່ລະຊັ້ນຮຽນຈາກໂຮງຮຽນແຫ່ງຕ່າງໆ ພາຍໃນເທດສະບານເມືອງປາກຊັນເຂົ້າຮ່ວມ.
ໃນພິທີ ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ໃນສົກຮຽນ ປີ 2025-2026 ມີ ຜົນສໍາເລັດ ແຕ່ລະດ້ານຄື. ໃນ10 ຄາດ ໝາຍທີ່ສະພາຮັບຮອງ, ຜ່ານການປະເມີນສາມາດບັນລຸ ໄດ້ 7 ຄາດໝາຍ ແລະ ຍັງບໍ່ບັນລຸ 3 ຄາດ ໝາຍ ຄື:
1 ອັດຕາເຂົ້າຮຽນຂອງເດັກ 5 ປີ ຫຼຸດຈາກສົກຮຽນຜ່ານມາ 83,3% ມາເປັນ 81,9% (ຄາດໝາຍໃຫ້ບັນລຸສູງກວ່າ 83,8%); 2 ອັດຕາປະລະຂອງນັກຮຽນຊັ້ນປະຖົມ ເພີ່ມຈາກສົກຮຽນຜ່ານມາ 2,8% ມາເປັນ 3,5% ຄາດໝາຍໃຫ້ຫຼຸດລົງຕໍ່າກວ່າ 2,6%; 3 ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕົ້ນ 74,1% ຄາດໝາຍໃຫ້ບັນລຸ 75,1%, ໃນສົກຮຽນຜ່ານມາສາມາດປະກາດເປັນໂຮງຮຽນຄຸນນະພາບຂອງແຂວງໄດ້ 1 ແຫ່ງ ຄື: ໂຮງຮຽນ ມ ຕົ້ນ ໂພສີ ແລະ ປະກາດເປັນໂຮງຮຽນຄຸນນະພາບຂັ້ນເມືອງ ໄດ້ 1 ແຫ່ງ ຄື: ປະຖົມໂພນໄຊເໜືອ, ເມືອງປາກຊັນ, ແຜນວຽກຈຸດສຸມ ສົກຮຽນ 2026-2027: ພະແນກສຶກສາທິການ ແລະ ກິລາແຂວງ ຈະສືບຕໍ່ເອົາໃຈໃສ່ສູ້ຊົນ ໃຫ້ 3 ຄາດໝາຍ ທີ່ຍັງບໍ່ທັນບັນລຸໃນສົກຮຽນຜ່ານມາເປັນຕົ້ນແມ່ນ ການສ້າງ ແລະ ຂະຫຍາຍໂຮງຮຽນຄຸນນະພາບ ໃຫ້ໄດ້ຫຼາຍຕື່ມ ແລະ ໄປສູ່ເມືອງທີ່ຍັງບໍ່ທັນມີ ໂຮງຮຽນຄຸນນະພາບ, ກະກຽມຄວາມພ້ອມທັງດ້ານ ຄູ ແລະ ຫ້ອງຮຽນ ໃນການຮອງຮັບ ລະບົບການສຶກສາຈາກ 5+4+3 ມາ ເປັນ 6+3+3 ໃຫ້ໄດ້ປະຕິບັດການຮຽນການສອນ ຕາມແຜນນະໂຍບາຍຂອງຂັ້ນເທີງວາງອອກ, ສືບຕໍ່ສ້າງນັກຮຽນເກັ່ງ ເພື່ອສົ່ງເຂົ້າແຂ່ງຂັນ ໃນລະດັບຊາດ ເພື່ອຮັກສາໄດ້ມູນເຊື້ອ ທີ່ແຂວງ ເຄີຍຍາດມາໄດ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa