
ວັນທີ່ 15 ກັນຍາ 2026 ຄະນະກໍາມະການແກ້ໄຂໄພພິບັດຈາກສູນກາງນໍາໂດຍທ່ານ ພອນສະຫວັນ ໄຊສົມແພງ ຫົວຫນ້າພະແນກປ້ອງຫັນໄພພິບັດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃດ້ສົມທົບກັບ ຄະນະກໍາມະການ ແກ້ໄຂໄພພິບັດ ແຂວງ ລົງໄປຕິດຕາມ ແລະ ສຸກຍູ້ ການແກ້ໄຂໄພພິບັດ ຢູ່ເສັ້ນທາງຫລວງແຫ່ງຊາດເລກ8Aໃນເຊີ່ງໄລຍະຜ່ານມາເສັ້ນທາງດັ່ງກ່າວຖືວ່າເປັນເສັ້ນທາງຢຸດທະສາດໃນການສັນຈອນ ຫລັງຈາກໄດ້ຮັບຜົນກະທົບໜັກ ຈາກໄພທໍາມະຊາດຝົນຕົກໜັກລຽນຕິດກັນຫຼາຍວັນ, ນໍ້າປ່າໄຫລສຸ ແລະ ພູດີນເຈື່ອນ ເຮັດໃຫ້ເສັ້ນທາງຫລວງແຫ່ງຊາດ ເລກ 8A ໄດ້ຮັບຜົນກະທົບໂດຍສະເພາະ ເຂດພູຜາມ່ານ ໃດ້ຮັບຜົນກະທົບເປ່ເພເສຍຫາຍຢ່າງຮ້າຍແຮງ ເຮັດໃຫ້ການສັນຈອນໃດ້ຖືກຕັດຂາດຢ່າງສີ້ນເຊີງ ຈາກບັນຫາດັ່ງກ່າວ ການນໍາພັກລັດ ຂັ້ນສູນກາງ ແລະ ທ້ອງຖື່ນ ໃດ້ລົງມາຕິດຕາມຊີ້ນໍາວິທີແກ້ໄຂຢ່າງໄກ້ສິດ, ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຮີບດ່ວນໃນການແກ້ໄຂສຸກເສີນໃຫ້ລົດສາມາດໄປມາໄດ້ໂດຍໄວ.
ມາຮອດປັດຈຸບັນການແກ້ໄຂສຸກເສີນໃນເບື້ອງຕົ້ນ ແມ່ນສາມາດ ເຮັດໃຫ້ການສັນຈອນ ໄປມາໃດ້ ແຕ່ຍັງມີຄວາມສ່ຽງຢູ່ຫລາຍຈຸດ ສະນັ້ນ ຄະນະກຳມະການ ຈິ່ງໃດ້ຊີ້ນໍາໃຫ້ພາກສ່ວນຮັບຜິດຊອບໃນການແກ້ໄຂສຸກເສີນ ສືບຕໍ່ ແລະ ເລັ່ງລົງມືກໍ່ສ້າງ ໃນຈຸດທີ່ຍັງບໍ່ທັນແກ້ໄຂສໍາເລັດ ແລະ ຈຸດທີ່ມີຄວາມສ່ຽງສຸງ ເພື່ອຮັບປະກັນການສັນຈອນໄປມາຂອງ ພໍ່ແມ່ປະຊາຊົນ ແລະ ການຂົນສົ່ງສີນຄ້າທັງພາຍໃນແລະ ຕ່າງປະເທດໃນຕໍ່ຫນ້າໃຫ້ມີຄວາມໂລ່ງລ່ຽນ.
ຕອນທ້າຍທ້າຍທາງຄະນະກຳມະການຍັງໃດ້ເນັ້ນໃຫ້ ຂະແຫນງການ ແລະ ບໍລິສັດທີ່ຮັບຜິດຊອບ ສືບຕໍ່ເຝົ້າລະວັງ, ລະບາຍການສັນຈອນ ທີ່ຕິດຂັດ ແລະ ເລັ່ງລົງມືກໍ່ສ້າງໃຫ້ສໍາເລັດຕາມຄາດຫມາຍ. 