ສົກຮຽນ 2025-2026 ວິທະຍາໄລເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ສາມາດສ້າງບຸກຄະລະກອນ ໄດ້ 294 ຄົນ ແລະ ວາງແຜນຮັບນັກສຶກສາໃໝ່ 800 ຄົນ

   
ພິທີປິດຊຸດຮຽນສົກ 2025-2026 ແລະ ເປີດສົກຮຽນໃໝ່ 2026-2027 ວິທະຍາໄລເຕັກນິກວິຊາຊີບ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນເປັນທາງການ ໃນວັນທີ 04 ກັນຍາ 2026 ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມມອບໃບປະກາດສະນີຍະບັດຂອງ ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ມີຜູ້ບໍລິຫານການສຶກສາ ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.
ວິທະຍາໄລເຕັກນິກວິຊາຊີບ ແຂວງບໍລິຄຳໄຊ ສົກຮຽນ2025-2026 ມີນັກສຶກສາທັງໝົດ 793ຄົນ, ຍິງ 335 ຄົນ, ວິຊາຊີບສໍານານງານ ລະດັບ 1 (C1) ຈໍານວນ 185; ຍິງ 90 ຄົນ, ສາມັນວິຊາຊີບ ຄູ່ຂະໜານ ມ5 ຈໍານວນ 241 ຄົນ, ຍິງ 132 ຄົນ, ມ6 ຈຳນວນ 189 ຄົນ, ຍິງ 91 ຄົນ, ມ7 ຈໍານວນ 24 ຄົນ, ຍິງ 07 ຄົນ, ລະດັບຊັ້ນກາງ 9+3 ຈຳນວນ 09 ຄົນ, ລະດັບຊັ້ນກາງ 12+2 ຈໍານວນ 111 ຄົນ, ຍິງ 15 ຄົນ, ຊັ້ນສູງຕໍ່ເນື່ອງ 33 ຄົນ, ນັກສຶກສາທີ່ສຳເລັດການສຶກສາ ສົກຮຽນ 2025-2026 ມີທັງໝົດ 294 ຄົນ, ຍິງ 97 ຄົນ,
ໄລຍະສັ້ນ 185 ຄົນ, ຍິງ 90 ຄົນ, ສາມັນວິຊາຊີບ ຄູ່ຂະໜານ ມ7 ຈໍານວນ 24 ຄົນ, ຍິງ 07 ຄົນ, ລະດັບຊັ້ນກາງ 9+3 ຈຳນວນ 06 ຄົນ, ລະດັບຊັ້ນກາງ 12+2 ຈໍານວນ 46 ຄົນ, ຊັ້ນສູງຕໍ່ເນື່ອງ 33 ຄົນ, ໃນສົກຮຽນຜ່ານມາ ໄດ້ສົ່ງນັກສຶກສາເຂົ້າຮ່ວມແຂ່ງຂັນ ” ຊ່າງຫຼຽນຄໍາ ບໍລິສັດສະຫຍາມຄູໂບຕ້າ ປະຈໍາປີ 2025 ” ໄດ້ຮັບເງິນລາງວັນອັນດັບ 1, ເຂົ້າຮ່ວມແຂ່ງຂັນທັກສະທາມງ່າໝາກມ່ວງ ໄດ້ຮັບລາງວັນອັນດັບ 2. ເຂົ້າແຂ່ງຂັນ ການຕອນຫໍາໝູ, ການສຽບຍອດແບບຫຼີ້ມ ແລະ ສຽບຂ້າງ, ການຕິດຕັ້ງໄຟຟ້າໃນອາຄານ ໄດ້ຮັບລາງວັນອັນດັບ 3 ແລະ ເປັນເຈົ້າພາບຈັດກອງປະຊຸມເຄືອຂ່າຍປະກັນຄຸນນະພາບການສຶກສາ 7 ແຂວງພາກໃຕັ. ສົ່ງນັກສຶກເຂົ້າຮ່ວມການແຂ່ງຂັນ ທັກສະວິຊາຊີບ 7 ແຂວງພາກໃຕ້ 3 ສາຂາວິຊາ ຄື: ອຸດສາຫະກຳ, ການບໍລິການ, ກະສິກຳ ລວມມີ 7 ຫົວຂໍ້ ເຫັນວ່ານັກສຶກສາຈາກໂຮງຮຽນວິຊາຊີບແຂວງບໍລິຄຳໄຊ ໄດ້ຍາດເອົາລາງວັນລະດັບດີຫຼາຍລາຍການ.
ສຳລັບທິດທາງແຜນພັດທະນາການຮຽນ-ການສອນ ສົກຮຽນ 2026-2027 ຄາດໝາຍລວມຈະມີນັກສຶກສາປະມານ 785 ຄົນ ເຂົ້າມາຮຽນວິຊາຊີບສາຂາຕ່າງໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa