ພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ(ສສຊ), ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ.

ໃນວັນທີ 4-5 ສິງຫາ 2026 ທີ່ຫ້ອງປະຊຸມຫ້ອງວ່າການເມືອງປາກກະດິງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ ສສຊ, ສສຂ ແລະ ພະນັກງານ-ລັດຖະກອນ ກ່ຽວກັບ ຂັ້ນຕອນ ການຮັບ ແລະ ວິທີແກ້ໄຂຄໍາຮ້ອງທຸກ ຂອງປະຊາຊົນ ຂອງປະເທດຟິລິປິ່ນ; ຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ; ການປະກອບຄໍາເຫັນໃນກອງປະຊຸມ; ການລົງພົບປະຜຸ້ມີສິດເລືອກຕັ້ງ; ການກະກຽມກອງປະຊຸມທີ່ມີປະສິດທິພາບ ທີ່ເມືອງປາກກະດິງ ແຂວງບໍລິຄໍາໄຊ.ໂດຍການເປັນປະທານ ຂອງ ທ່ານ ປອ ສອນທະນູ ທໍາມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຄະນະນຳຂອງເມືອງ, ວິທະຍາກອນຈາກສະພາແຫ່ງຊາດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະເໜີ ຫົວຂໍ້ສໍາຄັນ ດັ່ງນີ້: (1) ບົດຮຽນ ກ່ຽວກັບຂັ້ນຕອນ ການຮັບ ແລະ ວິທີແກ້ໄຂຄໍາຮ້ອງທຸກ ຂອງປະຊາຊົນ ຂອງປະເທດຟິລິປິ່ນ, (2) ການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ວິທີການຄົ້ນຄວ້າ, ການປະກອບຄໍາເຫັນຕໍ່ຮ່າງກົດໝາຍ ແລະ ຮ່າງນິຕິກຳໃຕ້ກົດໝາຍ, (3) ຂັ້ນຕອນ ແລະ ວິທີການ ກ່ຽວກັບການກະກຽມກອງປະຊຸມທີ່ມີປະສິດທິພາບ (4) ການປະກອບຄໍາເຫັນໃນກອງປະຊຸມ ທີ່ມີຄຸນນະພາບ ແລະ ມີປະສິດທິຜົນ (5) ການກະກຽມ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ ທີ່ມີປະສິດທິຜົນ; ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນໃສ່ບັນດາຫົວຂໍ້ທີ່ນໍາມາສະເໜີເພື່ອແລກປ່ຽນຄໍາຄິດ-ຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອຍາດແຍ່ງບົດຮຽນ ແລະ ປະສົບການ ຈາກບັນດາທ່ານນັກວິທະຍາກອນ ເພື່ອນໍາໄປຈັດຕັ້ງຜົນຂະຫຍາຍ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນດ້ານງົບປະມານໂດຍ: ຣາຊະອານາຈັກ ລຸກຊໍາບວກ ໂດຍຜ່ານແຜນງານ ເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ. 
