ປະທານຄະນະກໍາມະການປົກຄອງແຂວງ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງຄະນະຜູ້ແທນຈັງຫວັດບຶງການ ຣາຊະອານາຈັກໄທ

ວັນທີ 28 ສິງຫາ 2026 ຢູ່ທີ່ຫ້ອງຮັບຮອງຂອງແຂວງ, ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ ສ ປປ ລາວ ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ສຸລະພົນ ຈະເລີນພູມ ຜູ້ວ່າຣາຊະການຈັງຫວັດບຶງການພ້ອມຄະນະ ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ, ໄດ້ມາຮ່ວມກອງປະຊຸມ ກັບສະພາການຄ້າ ແລະ ອຸດສາຫະກໍາແຂວງບໍລິຄໍາໄຊ, ເພື່ອເປັນການສືບຕໍ່ເພີ່ມທະວີ ສາຍພົວພັນຮ່ວມມື ລະຫວ່າງ ປະເທດບ້ານໄກ້ເຮືອນຄຽງ ທີ່ມີຊາຍແດນຕິດກັນ, ໂດຍສະເພາະແມ່ນແຂວງບໍລິຄໍາໄຊ ສປປ ລາວ ແລະ ຈັງຫວັດບຶງການ, ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ, ພ້ອມນີ້ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ມອບຂອງຂັວນທີ່ລະລຶກ ໃຫ້ເຊິ່ງກັນ ແລະ ກັນ,

ຈາກນັ້ນກໍ່ໄດ້ເຂົ້າຮ່ວມພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຢູ່ທີ່ຫ້ອງປະຊຸມເບີ 2 ຂອງແຂວງ, ວ່າດ້ວຍຄວາມຮ່ວມມືທາງເສດຖະກິດ, ການຄ້າ, ການເງິນ ແລະ ການພັດທະນາເຄືອຂ່າຍຮ່ວມກັບ ພາກເອກະຊົນ, ຣາຊະອານາຈັກໄທ, ປະກອບດ້ວຍສະມາພັນ SME ຈັງຫວັດບຶງການ ແລະ ສະມາພັນ SME ຈັງຫວັດນະຄອນພະນົມ ແລະ ເຄືອຂ່າຍພາກເອກະຊົນ, ສະພາການຄ້າ ແລະ ອຸດສາຫະກໍາແຂວງບໍລິຄໍາໄຊ ສປປລາວ, ນອກນັ້ນທັງສອງຝ່າຍ ຍັງໄດ້ຕົກລົງຮ່ວມກັນ ທີ່ຈະພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງເສດຖະກິດ, ການຄ້າ, ການລົງທຶນ ແລະ ສັງຄົມ ໂດຍອາໄສຄວາມໄດ້ປຽບທາງພາກພື້ນ, ເຄືອຂ່າຍສາຍສໍາພັນ ແລະ ຜົນປະໂຫຍດຮ່ວມກັນ ບົນພື້ນຖານຂອງຄວາມສະເໝີພາບ, ມິດຕະພາບອັນດີ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ພາຍໃຕ້ກອບຄວາມຮ່ວມມືກັນ ໃນ 4 ດ້ານຫຼັກ ຄື: ດ້ານອຸດສາຫະກໍາ, ການລົງທຶນ, ການທ່ອງທ່ຽວ, ການຄ້າຊາຍແດນ, ຊຸກຍູ້ສົ່ງເສີມການຄ້າຊາຍແດນ ແລະ ການລົງທຶນດ້ານອຸດສາຫະກໍາ ເພື່ອເຊື່ອມໂຍງເສັ້ນທາງທ່ອງທ່ຽວຂ້າມແດນ ເພື່ອຊຸກຍູ້ເສດຖະກິດໃນລະດັບພູມີພາກ, ດ້ານການແລກປ່ຽນວັດທະນະທໍາ, ສິລະປະວັດທະນະທໍາ ແລະ ປະເພນີອັນດີງາມລະຫວ່າງສອງຊາດ, ຈັດກິດຈະກໍາການຢ້ຽມຢາມສຶກສາຮຽນຮູ້ ແລະ ໂຄງການອົບຮົມພັດທະນາ, ສັກກະຍະພາບບຸກຄະລາກອນ, ຜູ້ປະກອບການທັງສອງຝ່າຍຢ່າງຕໍ່ເນື່ອງ ດ້ານການຍົກລະດັບຜະລິດຕະພັນຊຸມຊົນ, ຮ່ວມມືກັນພັດທະນາ ແລະ ຍົກລະດັບຄຸນນະພາບຜະລິດຕະພັນຊຸມຊົນ ( OTOP ຂອງໄທ ແລະ ODOP ຂອງ ສປປລາວ ) ໃຫ້ກຽດລົງນາມເຊັນບົດບັນທຶກຄວາມເຂົ້າໃຈຝ່າຍຈັງຫວັດບຶງການໂດຍແມ່ນ ທ່ານ ທະນະພົນ ສຸລະສຽງ ປະທານສະມາພັນ SME ຈັງຫວັດບຶງການ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງບໍລິຄໍາໄຊ ແລະ ທ່ານ ພູວະນາກ ບຸນເລີດ ປະທານສະມາພັນ SME ຈັງຫວັດນະຄອນພະນົມ ໂດຍຊ້ອງໜ້າຄະນນະຜູ້ແທນທັງສອງປະເທດເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa