ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ໃນວັນທີ 13 ກຸມພາ 2023 ແຂວງບໍລິຄໍາໄຊ ຢູ່ທີ່ຫ້ອງປະຊຸມເບີ 4 ( ຊັ້ນ III ຫ້ອງວ່າການ ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂັ້ນແຂວງ, ເລຂາພັກເມືອງ, ຫົວໜ້າ ຄະນະໂຄສະນາອົບຮົມເມືອງ ແລະ ວິຊາການ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 16 ທ່ານ.

ກອງປະຊຸມ ຄະນະນໍາ ກໍໄດ້ຜັດປ່ຽນກັນ ຂຶ້ນຜ່ານເອກະສານສໍາຄັນຄື:

– ບົດຄໍາເຫັນຊີ້ນໍາ ແລະ ກ່າວປິດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ກຽດຂຶ້ນເຜີຍ ແຜ່ໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ.

– ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ທິດທາງຮອດປີ 2025 ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ກຽດຂຶ້ນເຜີຍ ແຜ່ໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ.

– ເອກະສານ ຕັ້ງໜ້າຜັນຂະຫຍາຍ ມະຕິ ວ່າດ້ວຍການຍົກສູງວຽກງານການເມືອງ-ແນວຄິດ ໃນໄລຍະ   ໃໝ່ ເຂົ້າສູ່ຊີວິດສັງຄົມຕົວຈິງ​, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ທົ່ວແຂວງ ໄລຍະປີ 2017-2022 ແລະ ທິດທາງຮອດປີ 2025 ແລະ ຄໍາແນະນໍາ ຂອງຄະນະປະຈໍາພັກແຂວງ ໃຫ້ກຽດຂຶ້ນເຜີຍແຜ່ໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ຍັງໄດ້ເນັ້ນໜັກໃຫ້ບັນດາເມືອງ, ພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ຈົ່ງໄດ້ຮີບຮ້ອນຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມດັ່ງກ່າວນີ້ ໃຫ້ທ່ວງທັນຕາມກໍານົດເວລາ.

 

 

 

       

                                                          

                                                 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa