
ວັນທີ 4 ພະຈິກ 2025 ຢູ່ສະໂມສອນໃຫຍ່ຂອງແຂວງຄະນະພັກຮາກຖານ ພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ໄດ້ເປີດບັນດຳເນີນຊີວິດການເມືອງທາບທາມບຸກຄະລາກອນຮອບ1 ຂຶ້ນໃຫ້ກຽດເຜີຍແຜ່ເຊື່ອມເຊືອມເອກະສານສໍາຄັນຕ່າງໆ ຂອງສະຫາຍ ໄຊອຳພອນ ສີຫາວົງ ຄະນະປະຈໍາພັກແຂວງ, ສະຫາຍ ໂພຄຳ ຈັນທະສຸກ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ກະສະກຳ ແລະ ສີ່ງແວດລ້ອມແຂວງ,ມີບັນດາຄະນະຊຸກຍູ້ບັ້ນດຳເນີນຊີວິດການເມືອງຂັ້ນແຂວງ, ພະນັກງານຫຼັກແຫຼ່ງ,ສະມາຊິກພັກພາຍໃນພະແນກເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ໄຊອຳພອນ ສີຫາວົງ ຄະນະປະຈຳພັກແຂວງ ໄດ້ເຜີຍແຜ່ເຊື່ອມຊືມ ເອກະສານຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 , ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ,ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ,ສະມາຊິກພັກພະນັກງານ ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ຈະໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກພ້ອມທັງປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ແລະ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະລົງສະໝັກ ແລະ ຈະໄດ້ປ່ອນບັດທາບທາມບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຕື່ມອີກ.
