ສະມາຄົມສີລະປະ ແລະ ແລກປ່ຽນວັດທະນະທໍາແຊຮິງ ສ. ເກົາຫຼີ ມອບຄອມພິວເຕີ 50 ຊຸດ ໃຫ້ອົງການປົກຄອງແຂວງ ບໍລິຄໍາໄຊ.

 

ວັນທີ 3 ພະຈິກ 2025 ນີ້ ທີຫ້ອງຮັບຮອງຂອງແຂວງ ທ່ານ ປອ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ການເຂົ້າພົບປະຢ້ຽມຢາມ ການລົງມາເຄືອນໄຫວເຮັດວຽກຢູ່ແຂວງ ບໍລິຄໍາໄຊ ຂອງທ່ານ ນາງ ຢູຮ່ອນສຸກ ປະທານສະມາຄົມສີລະປະ ແລະ ແລກປ່ຽນວັດທະນະທໍາແຊຮິງ ສ. ເກົາຫຼີ.

ໂອກາດດັ່ງກ່າວ ທ່ານປອ ສອນທະນູ ທໍາມະວົງ ຕ່າງໜ້າໃຫ້ການນໍາຂອງແຂວງ ໄດ້ໃຫ້ກຽດ ກ່າວສະແດງການຕອນຮັບ ທ່ານ ປະທານສະມາຄົມສີລະປະ ແລະ ແລກປ່ຽນວັດທະນະທໍາ ແຊຮິງ ສ. ເກົາຫຼີ ຕໍ່ກັບການລົງມາເຄືອນໄຫວວຽກງານຂອງທ່ານ ຮ່ວມກັບ ພະແນກການຕ່າງໆ ຂອງແຂວງຕະລອດໄລຍະຜ່ານມາ ຫຼັງຈາກນັ້ນທັງສອງຝ່າຍ ຍັງໄດ້ສົນທະນາແລກປ່ຽນບົດຮຽນວຽກງານໃນດ້ານຕ່າງໆ ຮ່ວມກັນຢ່າງກົງໄປກົງມາ ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຜົນປະໂຫຍດຮ່ວມກັນ. ເພຶ່ອເປັນການ ເສີມສ້າງສາຍພົວພັນໄມຕີຈິດ ແລະ ມິດຕະພາບ ທີ່  ແໜ້ນແກ່ນ ຂອງສອງປະເທດ ທີ່ມີຕໍ່ກັນ ພ້ອມທັງເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ  ສ້າງເງື່ອນໄຂໃຫ້ແກ່ພາກທຸລະກິດຂອງສອງປະເທດ ໄດ້ຮູ້ຈັກເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ ແນ່ໃສ່ສົ່ງເສີມການຮ່ວມມືທາງດ້ານທຸລະກິດ ແລະ ການລົງທຶນ ລະຫວ່າງ ສອງປະເທດ  ໃນຕໍ່ໜ້ານັບມື້ນັບເພີມຂຶ້ນ.

ເນື່ອງໃນໂອກາດທີທ່ານ ປະທານສະມາຄົມສີລະປະ ແລະ ແລກປ່ຽນວັດທະນະທໍາ ແຊຮິງ ສ. ເກົາຫຼີ ໄດ້ລົງມາເຄືອນໄຫວພົບປະຢ້ຽມຢາມການນໍາແຂວງ ບໍລິຄໍາໄຊ ໃນຄັ້ງນີ ທ່ານຍັງໄດ້ນໍາ ມອບຄອມພິວເຕີ ຈໍານວນ 50 ຊຸດ ມູນຄ່າ 603.625.000 ກີບ ໃຫ້ອົງການປົກຄອງແຂວງ ຕ່າງໜ້າອົງການປົກຄອງແຂວງ ຮັບຄອມພິວເຕີໃນຄັ້ງນີ້ ໂດຍທ່ານ ປອ ສອນທະນູ ທໍາມະວົງ ພ້ອມດ້ວຍຄະນະ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa