
ກອງປະຊຸມຖອດຖອນບົດຮຽນວຽກງານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງ ແຂວງບໍລິຄຳໄຊ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອວັນທີ 11 ພະຈິກ 2025 ໂດຍແຂວງ ບໍລິຄຳໄຊເປັນເຈົ້າພາບ ນໍາໂດຍ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ, ແຂວງ ສາລະວັນນຳໂດຍ ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ມີພະນັກງານຫຼັກແຫຼ່ງທັງ 2 ແຂວງເຂົ້າຮ່ວມ.
ທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ກາສື່ສານແຂວງ ບໍລິຄຳໄຊ ໄດ້ລາຍງານສະຫຼູບຫຍໍ້ການຈັດຕັ້ງປະຕິບັດວຽກງານ 10 ເດືອນຜ່ານມາໂດຍຍົກໃຫ້ເຫັນຫຼາຍວຽກງານ ປະຕິບັດສຳເລັດ ແລະ ວຽກທີ່ຍັງຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີ 4 ຂະແໜງ , ມີ 1 ບໍລິສັດໄປສະນີ ແລະ 3 ບໍລິສັດໂທລະຄົມມະນາຄົມທີ່ຂຶ້ນກັບ ການຄຸ້ມຄອງມະຫາພາກ, ມີຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ 6 ເມືອງ ແລະ ຜູ້ປະສານງານ 1 ເມືອງ.

ຜ່ານມາ ສຳເລັດການຂຶ້ນແຜນ ງົບປະມານໂຄງການການສ້າງຄວາມເຂັ້ມແຂງໃນການຫັນເປັນດີຈິຕອນ ພາກລັດ ແລະ ພາກທຸລະກິດມູນຄ່າລວມ ຂອງໂຄງການແມ່ນ 294.931.000 ກີບ, ອະນຸມັດໃນປີ 2025 ຈໍານວນ 40.000.000 ກີບ, ສາມາດຈັດເກັບລາຍຮັບວິຊາການຖອກເຂົ້າງົບປະມານຂອງລັດປີ 2025 ໄດ້ 115.197.000 ກີບ, ມີ 2 ບໍລິສັດ ຂົນສົ່ງລະຫວ່າງປະເທດ ແລະ 106 ຕົວແທນ ຫຼື ປ່ອງບໍລິການ, ຊຸກຍູ້ສາຂາບໍລິສັດໂທລະຄົມໃນການປັບປຸງ ແລະ ຂະຫຍາຍສັນຍານໂທລະສັບລົງເຂດ ຊົນນະບົດຫ່າງໄກສອກຫຼີກກວມ 100%, ມີຜູ້ນໍາໃຊ້ເລກໝາຍໂທລະສັບທັງໝົດ 323.891 ເລກໝາຍ, ໃນນີ້ຂຶ້ນທະບຽນສໍາເລັດແລ້ວ 263.867 ເລກໝາຍ, ເທົ່າກັບ 81,46% ຂອງຈຳນວນເລກໝາຍທັງໝົດ, ອອກອະນຸຍາດການນໍາໃຊ້ຄື້ນຄວາມຖີ່ ວິທະຍຸສື່ສານ ລະບົບໂຟນີ ໃຫ້ຫົວໜ່ວຍທຸລະກິດພາຍໃນແຂວງ ຈຳນວນ 5 ພາກສ່ວນ 146 ເຄື່ອງ. ຕິດຕາມການລ້ຽງກວາງຂອງຄອບຄົວສະມາຊິກລ້ຽງກວາງທີ່ໄດ້ຮັບ ການຊ່ວຍເຫຼືອ ຈາກພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຮ່າຕິ່ງ, ເຊິ່ງປະຈຸບັນມີຄອບຄົວລ້ຽງກວາງ 10 ຄອບຄົວ, ມີກວາງ 70 ກວ່າໂຕ. ກອງປະຊຸມຄັ້ງນີ້ຜູ້ແທນທັງສອງຝ່າຍໄດ້ຍົກຫຼາຍວຽກງານທີ່ປີ່ນອ້ອມວຽກງານໄປສະນີ ແລະ ການສື່ສານມາປຶກສາຫາລື ແລກປ່ຽນຖອດຖອນບົດຮຽນຮ່ວມກັນ ເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເປັນຕົ້ນແມ່ນການອອກອານຸຍາດ ລວມທັງການຕິດຕາມ, ກວດກາ ວິທະຍຸສື່ສານ, ການກວດກາ, ຕິດຕາມການຕັ້ງເສົາ BTS ທີ່ບໍ່ສອດຄ່ອງກັບຂໍ້ຕົກລົງ 209, ການຄູ້ມຄອງໄປສະນີ (ຂົນສົ່ງດ່ວນ) ການກວດກາຄູ້ມຄອງການນຳເຂົ້າອຸປະກອນ ICT ເຕັກໂນໂລຊີນະວັດຕະກຳ ແລະ ການຂຸດຄົ້ນແຫຼ່ງລາຍຮັບຈາກວຽກບໍລິຫານລັດ ແລະ ການຫັນເປັນທັນສະໄໝ.
