ສຳເລັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ

ກອງປະຊຸມໃຫ່ຍ ຄັ້ງທີ I ຂອງຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ  11 ພະຈິກ 2025 ນີ້  ຢູ່ຫ້ອງປະຊຸມພະແນກຂອງຕົນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມ ໂດຍສະຫາຍ ຄອນສະຫວັນ ສຸກຂະເສີມ ເລຂາຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ​ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກໍາມະການປົກຄອງແຂວງ  ມີບັນດາຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກທີ່ຂຶ້ນກັບ ແລະ ຕາງໜ້າຄະນະພັກຮາກຖານອ້ອມຂ້າງ ຖືກເຊີນເຂົ້າຮ່ວມ.


ໂອກາດນີ້ ສະຫາຍ ແກ້ວອຸ່ນເຮືອນ ຈັນທະວົງສາ ຮອງເລຂາຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກຍົກໃຫ້ເຫັນຈູດດີ-ຈູດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ  ຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເປັນຮາກຖານພັກໜຶ່ງຂຶ້ນກັບອົງຄະນະພັກແຂວງ ໄດ້ຮັບຮອງຕາມມະຕິຕົກລົງ ສະບັບເລກທີ 366/ຄປພຂ, ລົງວັນທີ 02 ສິງຫາ 2022 ເຮັດໜ້າທີ່ຈັດຕັ້ງຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຕາມຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນຢ່າງເຂັ້ມງວດ ປະກອບມີຄະນະພັກຮາກຖານ 5 ສະຫາຍ, ຍິງ 1 ສະຫາຍ. ມີ 4 ໜ່ວຍພັກຂຶ້ນກັບ ພາຍຫຼັງ ມີສະມາຊິກເພີ່ມຂຶ້ນ ໄດ້ແຍກໜ່ວຍພັກ ເປັນ 5 ໜ່ວຍພັກ. ຮອດເດືອນ ສິງຫາປີ 2025 ພາຍຫຼັງການຍຸບໂຮມພະແນກພະລັງງານ ແລະ ບໍ່ແຮ່ ມາຂຶ້ນກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ມີຄໍາສັ່ງວ່າດ້ວຍການຍຸບ ຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າ ແລະ ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 554/ຄປພ.ຂ, ລົງວັນທີ 19 ສິງຫາ 2025 ແລະ ມີມະຕິຕົກລົງ ຂອງຄະນະປະຈໍາພັກແຂວງບໍລິຄຳໄຊ ວ່າດ້ວຍການສ້າງຕັ້ງ ຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສະບັບເລກທີ 555/ຄປພ.ຂ, ລົງວັນທີ 19 ສິງຫາ 2025. ປະກອບມີ 12 ໜ່ວຍພັກຂຶ້ນກັບ ກວມເອົາ 10 ຂະແໜງພາຍໃນພະແນກ, ສະພາການຄ້າ-ອຸດສາຫະກຳແຂວງ, ລັດວິສາຫະກິດໄຟຟ້າ ສາຂາແຂວງ. ປະຈຸບັນມີສະມາຊິກພັກທັງໝົດ 156 ສະຫາຍ, ຍິງ 45 ສະຫາຍ ສໍາຮອງ 02 ສະຫາຍ, ຍິງ 01 ສະຫາຍ. ທົ່ວແຂວງ ມີໂຮງງານອຸດສາຫະກຳປຸງແຕ່ງ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ທັງໝົດ 427 ຫົວໜ່ວຍ ໂຮງງານຂະໜາດໃຫຍ່ 8 ຫົວໜ່ວຍ, ຂະໜາດກາງ 90 ຫົວໜ່ວຍ, ຂະໜາດນ້ອຍ 106 ຫົວໜ່ວຍ ແລະ ແບບຄອບຄົວ 223 ຫົວໜ່ວຍ, ລວມຍອດມູນຄ່າຜະລິດຕະພັນອຸດສາຫະກໍາປຸງແຕ່ງ 3,082.19 ຕື້ກີບ, ທຽບໃສ່ແຜນ 5 ປີທີ່ວາງໄວ້ (8,922.78 ຕື້ກີບ), ປະຕິບັດໄດ້ 34.54%, ສາເຫດທີ່ບໍ່ສາມາດບັນລຸຕາມເປົ້າໝາຍ ຍ້ອນໄດ້ມອບວຽກໂຮງງານປຸງແຕ່ງກະສິກໍາ ຂັ້ນຕົ້ນ ໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ອັດຕາການຂະຫຍາຍຕົວສະເລ່ຍ 9.83% ຕໍ່ປີ.

ອອກໃບຢັ້ງຢືນຮັບຮອງໃຫ້ຜູ້ມີຄວາມຊໍານານງານ ແລະ ມີປະສົບການສູງ ເປັນນາຍຊ່າງຫັດຖະກໍາ ຈໍານວນ 8 ທ່ານ, ຍີງ 4 ທ່ານ, ໃນ 4 ກິດຈະການວິຊາຊີບ ຄື: ກິດຈະການແຈ່ວບອງ ແລະ ໜັງເຄັມ, ປຸງແຕ່ງຢາພື້ນເມືອງ, ແກະສະຫຼັກໄມ້, ຕ່ຳຫູກ ແລະ ຈັກສານມີຕະຫຼາດທັງໝົດ 40 ແຫ່ງ ທຽບໃສ່ຊຸມປີຜ່ານມາ ເພີ່ມຂື້ນ 09 ແຫ່ງ, ຕະຫຼາດໃຫຍ່ 02 ແຫ່ງ, ຕະຫຼາດກາງ 07 ແຫ່ງ ຕະຫຼາດນ້ອຍ 06 ແຫ່ງຕະຫຼາດຊຸມຊົນ 25 ແຫ່ງ ແລະ ຈຸດແລກປ່ຽນຊື້-ຂາຍສິນຄ້າຈຳນວນ 07 ຈຸດ. ມີສູນການຄ້າ ຈໍານວນ 02 ແຫ່ງ ແລະ ຮ້ານສັບພະສິນຄ້າ ຈໍານວນ 12 ແຫ່ງ, ​ຄຸ້ມ​ຄອງ​ຕິດຕາມສະພາບການເໜັງຕີງລາ​ຄາ​ສີນ​ຄ້າ​ສະ​ບຽງ​ອາ​ຫານ​ປະ​ເພດ​ເຂົ້າ​ກີນ, ຊີ້ນ​ໝູ, ຊີ້ນ​ງົວ, ຊີ້ນ​ຄວາຍ, ໄ​ກ່, ປາ ແລະ ປະ​ເພດ​ພືດ​ຜັກ​ຕ່າງໆ ລວມ​ທັງ​ສິນ​ຄ້າ​ອຸ​ປະ​ໂພກ – ບໍ​ລິ​ໂພກ ແລະ ສິນ​ຄ້າ​ທົ່ວ​ໄປ​ ທີ່​ມີ​ຜົນ​ກະ​ທົບ​ໄວ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ກອງປະຊຸມໄດ້ເປັນເອກະສັນເລືອກເອົາສະຫາຍ ຄອນສະຫວັນ ສຸກຂະເສີມ ເປັນເລຂາຄະນະພັກຮາກຖານ, ສະຫາຍ ແກ້ວອຸ່ນເຮືອນ ຈັນທະວົງສາ ເປັນຮອງເລຂາ, ສະຫາຍ ນາງ ມະນີທອງ ອ້ວນລາສີ ເປັນປະທານກວດກາ ສະຫາຍ ຕູ້ຍ ຈັນທະມູງຄູນ ເປັນຮອງປະທານກວດກາ, ສະຫາຍ ສຸກສາຄອນ ບົວທອງ, ສະຫາຍ ໂພສອນ ທະລາພອນ ແລະ ສະຫາຍ ພຸດທະວົງ ສີສະຫວັດ ເປັນກຳມະການ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa