
ວັນທີ 19 ພະຈິກ 2025 ຢູ່ຫ້ອງປະຊຸມຂອງຕົນ ພະແນກ ຍທຂ ແຂວງ ໄດ້ຈັດພິທີປະກາດການຍົກຍ້າຍແຕ່ງຕັ້ງ ຫົວໜ້າກອງ ແລະ ຮອງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ຂຶ້ນໂດຍການເປັນປະທານຂອງ ທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ ແຂວງ, ມີບັນດາ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ຮອງຂະແໜງ , ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານຈັນທະບູນ ໂພຄະສົມບັດ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານແລະ ການເງິນ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 764/ຂບຊ, ລົງວັນທີ 12 ພະຈິກ 2025 ວ່າດ້ວຍການຍົກຍ້າຍທ່ານ ຄໍາປະເສີດ ປັນຍານຸວົງ ເລຂາໜ່ວຍພັກ, ຫົວໜ້າຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງແຂວງໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ ແລະ ຂໍ້ຕົກລົງສະບັບເລກທີ 650 /ຂບຊ, ລົງວັນທີ 02 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳສວຍ ພົມມະຈັນ ເປັນຫົວໜ້າກອງຄຸ້ມຄອງພາຫານະ ແລະ ການຂັບຂີ່ ແລະ ແຕ່ງຕັ້ງທ່ານ ແກ້ວອຸດອນ ບຸດນວນຈະເລີນ ເປັນຮອງຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່
ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານເຊີ່ງທ່ານໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນໃນການຊັບຊ້ອນແຕ່ງຕັ້ງບູກຄະລາກອນແມ່ນເປັນການຈັດວາງບູກຄະລາກອນໃຫ້ຖືກຕ້ອງຕາມຕຳແໜ່ງງານສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງໄດ້ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍກຳແໜ້ນບົດບາດສິດໜ້າທີ່ວຽກງານໃຫ້ສຳເລັດຕາມແຜນການທີ່ວາງໄວ້.