ຫ້ອງວ່າການແຂວງ ປະເມີນລັດຖະກອນປະຈຳປີ 2025

ພິທີປະເມີນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນຂອງຫ້ອງວ່າການແຂວງ ປະເມີນຜົນລັດຖະກອນປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2025 ຢູ່ຫ້ອງປະຊຸມຫ້ອງວ່າການ ໂດຍການເປັນປະທານຂອງທ່ານ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ມີບັນດາຮອງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ  ແລະ ບັນດາຂະແໜງການທີ່ຂຶ້ນກັບ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນເຂົ້າຮ່ວມ.

ໃນພິທີທ່ານ ທອງມະນີ ໂຄດປັນຍາ ໄດ້ເຜີຍແຜ່ບັນດານິຕິກຳຕ່າງໆເປັນຕົ້ນແມ່ນ ດຳລັດ ເລກທີ 300/ລບ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ,  ຄໍາແນະນໍາການຈັດຕັ້ງປະຕິບັດດຳລັດເລກທີ 06/ພນ, ສະບັບລົງວັນທີ 2 ພຶດສະພາ 2018 ວ່າດ້ວຍການປະ ເມີນການປະຕິບັດວຽກງານ ຂອງພະນັກງານ- ລັດຖະກອນ  ແລະ ດຳລັດເລກທີ 184/ລບ ລົງວັນທີ 26/6/2019 ວ່າ ດ້ວຍຈັນຍາຂອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ ແລະ ຖືກຕ້ອງກັບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ເຊິ່ງການປະເມີນນີ້ ມີ 2 ແບບ ຄື: ການປະເມີນຜົນປົກກະຕິ ແມ່ນການຕີລາຄາຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເປັນປະຈຳໜຶ່ງປີ ຕໍ່ໜຶ່ງຄັ້ງ ແລະ ການປະເມີນຜົນສະເພາະ ແມ່ນການຕີລາຄາກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່, ກ່ອນຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ກ່ອນສິ້ນສຸດ ຫຼື ພາຍຫຼັງສໍາເລັດການປະຕິບັດໜ້າທີ່ວຽກງານໃດໜຶ່ງ ໂດຍມີມາດຕະການວັດແທກ. ລະດັບການປະເມີນຜົນ 3 ເນື້ອໃນ ຄືດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ, ດ້ານຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ເຊິ່ງຕ້ອງໄດ້ແຕ່ງຄະນະຊີ້ນຳ ຄະນະວິຊາການປະເມີນຜົນໃນການດຳເນີນ. ສຳລັບເງື່ອນໄຂຂອງຜູ້ຖືກປະເມີນ ຕ້ອງເປັນລັດຖະກອນສົມບູນ ທີ່ປະຈຳການຢູ່ພາຍໃນ, ປະຈຳການປົກກະຕິຢ່າງໜ້ອຍ 9 ເດືອນ ຂອງຮອບການປະເມີນ ກ່ອນການແຕ່ງຕັ້ງ, ກ່ອນການຍົກຍ້າຍ ຫຼື ສຳເລັດວຽກງານໃດໜຶ່ງ ແລະ ບໍ່ຢູ່ໃນໄລຍະຖືກມາດຕະການທາງວິໄນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa