ກອງປະຊຸມຄະນະກໍາມະການປົກຄອງແຂວງເປີດກວ້າງຄັ້ງທີ I ປີ 2026

ໃນວັນທີ 14 ກໍລະກົດ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ເປີດ ກອງປະຊຸມຄະນະກໍາມະການປົກຄອງແຂວງເປີດກວ້າງຄັ້ງທີ I ປີ 2026 ພາຍໃຕ້ການເປັນປະທານຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ,ອົງການ, ກົມກອງ,ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ທອງມະນີ ໂຄດປັນຍາ ຫົວໜ້າຫ້ອງວ່າການແຂວງໄດ້ລາຍງານຜົນການຈັດຕັ້ງວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ 2026 ໄລຍະ 6 ເດືອນຜ່ານມາ ປະກົດການຫຍໍ້ທໍ້ທີ່ເກີດຂື້ນ ເປັນຕົ້ນ: ອາສະຍາກຳທາງອາຍາ ເກີດຂຶ້ນ 466 ລາຍ, ກັກຜູ້ຖືກຫາ 361 ຄົນ, ຢຶດໄມ້ແປ້ນແບບໄດ້ 680 ແຜ່ນ ບໍລິມາດ 10,880 ແມັດ ກ້ອນ, ໄມ້ແຕ້ຮໍ 47 ຕັບ, ແຮ່ທຳມະຊາດ 103 ກິໂລ, ເຮືອບັກໃຫຍ່ 1 ລຳ, ເຮືອ13 ລຳ, ລົດຈົກ 14 ຄັນ, ລົດກະບະ 1 ຄັນ, ລົດ 6 ລໍ້ 1 ຄັນ, ເຄື່ອງດູດແຮ່ 5 ຊຸດ, ຈັກດູດນໍ້າ 8 ອັນຕະແກງ 8 ອັນ ແລະເຄື່ອງຂອງກາງຈຳນວນໜຶ່ງ ແລະ ອາສະຍາກຳທາງຢາເສບຕິດເກີດຂຶ້ນ111ລາຍກັກຜູ້ຖືກຫາ 162ຄົນຢືດຂອງກາງຢາບ້າໄດ້ 1,311,45ເມັດ, ຄັນຊາແຫ້ງ 57 ເປົາ ນໍ້າໜັກ 1,022 ກິໂລ ,ເຄື່ອງຜະລິດຢາບ້າ 1 ເຄື່ອງລົດໃຫຍ່ 10 ຄັນ, ລົດຈັກ 10 ຄັນເອົາໃຈໃສ່ແກ້ໄຂການຕັ້ງສະນຳຢູ່ ສາມເມືອງ ມີທັງໝົດ 18 ຈຸດ ມີຈຳນວນ 157 ຄອບຄົວຈຳນວນ 742 ຄົນ, ຍິງ 352 ຄົນ; ຜ່ານການເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຮັດໃຫ້ແຂວງບໍລິຄໍາໄຊ ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ພົ້ນເດັ່ນ: ໃນວັນທີ 19 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງ ໄດ້ລົງແກ້ໄຂພວກກຸ່ມແກ້ງ ທໍາການກະທໍາຜິດທາງສີ ສັງຄົມອອກລາຍ (ແກ້ງຄອນເຊັນເຕີ້) ຢູ່ເມືອງປາກຊັນ ສາມາດຈັບກຸມໄດ້ ທັງໝົດ 130 ຄົນ, ຍິງ 62 ຄົນ ໃນນີ້: ສັນຊາດໄທ 113 ຄົນ, ຍິງ 55 ຄົນ; ສັນຊາດມຽນມາ 1 ຄົນ, ຍິງ 1 ຄົນ ແລະ ສັນຊາດລາວ 16 ຄົນ, ຍິງ 7 ຄົນ ພ້ອມຂອງກາງ ຄອມພິວ ເຕີຕັ້ງໂຕະ 164 ເຄື່ອງ, ໂນດບຸກ 149 ເຄື່ອງ, ຫົວຄອມ 21 ຫົວ, ປິ່ນເຕີ 3 ເຄື່ອງ, ໂທລະສັບ 119 ເຄື່ອງ, ໄອແພັດ 1 ເຄື່ອງ, USB 1 ອັນ, ຕູ້ເຊັບ 2 ໜ່ວຍ, ເງິນກີບ 9,4 ລ້ານກີບ, ເງິນບາດ 6 ລ້ານກວ່າບາດ ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ທໍາ ການກັກຕົວພວກກ່ຽວ ພ້ອມທັງອາຍັດຊັບ ໄວ້ເປັນຫຼັກຖານ ແລະ ທຳການສືບສວນ-ສອບສວນ ຕາມກົດໝາຍ. ສໍາເລັດພິທີ ມອບ-ຮັບ ແລະ ນໍາສົ່ງ ອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ ຈໍານວນ 8 ອັດຖິ. ດ້ານການລົງທຶນ ປະຕິບັດໄດ້ 469,21 ຕື້ກີບ ເທົ່າກັບ 14,54% ຂອງແຜນປີ (ແຜນປີ 3.227 ຕື້ກີບ) ໃນ ນີ້ ການລົງທຶນຂອງລັດ 72,4 ຕື້ກີບ ເທົ່າກັບ 34,47% ຂອງແຜນປີ (ແຜນປີ 210 ຕື້ກີບ); ການລົງທຶນເອກະຊົນ ພາຍໃນ ແລະ ຕ່າງປະເທດ 184,85 ຕື້ກີບ ເທົ່າກັບ 7,91% ຂອງແຜນປີ (ແຜນປີ 2.336 ຕື້ກີບ); ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ 44,25 ຕື້ກີບ ເທົ່າກັບ 45,61% ຂອງແຜນປີ (ແຜນປີ 97 ຕື້ກີບ); ການລົງທຶນຈາກ ລະບົບການເງິນ-ເງິນຕາ 6.513 ຕື້ກີບ, ປ່ອຍກູ້ສະສົມ 1.523 ຕື້ກີບ ເພີ່ມຂຶ້ນ 167 ຕື້ກີບ ເທົ່າກັບ 28,71% ຂອງແຜນປີ (ແຜນປີ 584 ຕື້ກີບ) 6 ເດືອນຕົ້ນປີ ໄດ້ຮັບເພດານງົບປະມານການລົງທຶນຂອງລັດ 217 ໂຄງການ ມູນຄ່າ 63,34 ຕື້ກີບ, ໃນນີ້: ທຶນປົກກະຕິ 168 ໂຄງການ ມູນຄ່າ 49,86 ຕື້ກີບ, ກອງທຶນທາງ 49 ໂຄງການ ມູນຄ່າ 13,48 ຕື້ກີບ ພິເສດ: ໄດ້ນໍາໃຊ້ງົບປະມານຮ່ວງເກີນແຜນ ປະຈໍາປີ 2025 ຂອງແຂວງ ເພື່ອຈັດສັນຊຳລະໜີ້ໂຄງການລົງທຶນຂອງລັດ ຈໍານວນ 203 ໂຄງການ, ມູນຄ່າ 86 ຕື້ກີບ ໃນນີ້ ໂຄງການ ປະເພດ I-IV ຈໍານວນ 84 ໂຄງການ, ມູນຄ່າ 40,81 ຕື້ກີບ ແລະ ໂຄງການ ປະເພດ V ຈໍານວນ 119 ໂຄງການ, ມູນຄ່າ 45,19 ຕື້ກີບ ການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ແຂວງບໍລິຄໍາໄຊ ເປັນແຂວງໜຶ່ງທີ່ລັດຖະບານໄດ້ກຳນົດໃຫ້ເປັນແຂວງທົດລອງ ກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍ ແລະ ດຸ່ນດ່ຽງໃຫ້ສູນກາງ ເຊິ່ງໄດ້ຈັດຕັ້ງປະຕິບັດເປັນປີທີ່ສີ; ໄລຍະ 6 ເດືອນຕົ້ນປີ 2026 ເກັບລາຍຮັບໄດ້ 1.370,50 ຕື້ກີບ ເທົ່າກັບ 58,03% ຂອງແຜນປີ, ໃນນັ້ນ: ພູດສູນກາງ 688,70 ຕື້ກີບ ເທົ່າກັບ 58,02% ຂອງແຜນປີ, ພຸດທ້ອງຖິ່ນ 681,80 ຕື້ກີບ ເທົ່າກັບ 58,04% ຂອງແຜນປີ; ດ້ານລາຍຈ່າຍ ປະຕິບັດໄດ້ 508,32 ຕື້ກີບ ເທົ່າກັບ 55,90% ຂອງແຜນປີ, ດຸ່ນດ່ຽງງົບປະມາານໄດ້ 173,48 ຕື້ກີບ ເທົ່າກັບ 65,35% ຂອງ ແຜນປີ ແລະ ໄດ້ຖືສໍາຄັນການເບີກຈ່າຍເງິນເດືອນໃຫ້ເປັນປົກກະຕິ.ຄາດໝາຍສູ້ຊົນໃນການຜະລິດເຂົ້າທັງໝົດ 40.720 ເຮັກຕາ, ຜົນຜະລິດ 150.973 ໂຕນ ໃນນີ້: ນາແຊງ ປະຕິບັດໄດ້ 1.356 ຮຕ, ຜົນຜະລິດ 5.428 ຕ, ເທົ່າກັບ 70% ຂອງແຜນການ (ສາເຫດທີ່ນາແຊງ ບໍ່ໄດ້ ຕາມແຜນ: 1). ເນື້ອທີ່ນາບໍ່ໄດ້ເຮັດ 166 ຮຕ, 2). ປະຊາຊົນປູກພືດຊະນິດອື່ນທົດແທນ, 3). ຕົ້ນທຶນການຜະລິດ ສູງ, 4). ຂາດແຮງງານ, 5). ຂາດເຕັກນິກວິຊາການ), ນາປີ 37.261 ຮຕ (ປະຕິບັດໄດ້ 1.005 ຮຕ ເທົ່າກັບ 2,7% ຂອງແຜນການ), ນາປີ 1.005 ຮຕ ເທົ່າກັບ 2,7% ຂອງແຜນການ, ເຂົ້າໄຮ 253 ຮຕ ເທົ່າກັບ 16% ຂອງ ແຜນການ; ການປູກພືດສະບຽງ 3.607 ຮຕ ເທົ່າກັບ 64% ຂອງແຜນການ, ລວມທັງໝົດ 2.615 ຮຕ ເທົ່າກັບ 6,42% ຂອງແຜນການຜະລິດເຂົ້າໝົດປີ; ສະເລ່ຍການບໍລິໂພກ ຊີ້ນ, ປາ, ໄຂ່ ແລະ ອື່ນໆ ໄດ້ 33,26 ກິໂລ/ຄົນ/6 ເດືອນ ເທົ່າກັບ 49,64% ຂອງແຜນປີ ການຜະລິດເຂົ້າເປັນສິນຄ້າ: ແຜນການ 9.900 ຮຕ, ຜົນຜະລິດ 37.138 ໂຕ່ນ, ປະຕິບັດໄດ້ແລ້ວ 452 ຮຕ, ຜົນຜະລິດ 1.609 ໂຕ່ນ, ເທົ່າກັບ 13,12% ຂອງແຜນການ; ການຜະລິດພືດເປັນສິນຄ້າ: ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດພືດເພື່ອຊົມໃຊ້ພາຍໃນ ເຊິ່ງໄດ້ເນັ້ນໃສ່ພືດທີ່ເປັນທ່າແຮງຂອງ ແຂວງ ເຊັ່ນ: ສາລີແຂງ-ຫວານ, ເຜືອກ, ມັນດ້າງ, ມັນຕົ້ນ, ອ້ອຍ, ໄມ້ໃຫ້ໝາກ ແລະ ອື່ນໆ ລວມເນື້ອທີ່ 18.549 ຮຕ ເທົ່າກັບ 54% ຂອງແຜນການ; ສຸມໃສ່ການຜະລິດລູກໝູນ້ອຍ ເພື່ອທົດແທນການນໍາເຂົ້າ ໃນປີ 2026 ແຜນການ 163.177, ປະຈຸບັນສາມາດຜະລິດໄດ້ 77.865 ໂຕ ເທົ່າກັບ 47,7% ຂອງແຜນການ; ການ ຜະລິດລູກປາ ແຜນການ 4.269.008 ໂຕ, ປະຈຸບັນຜະລິດໄດ້ 3.351.000 ໂຕ ເທົ່າກັບ 78,49% ຂອງແຜນການ; ກາຜະລິດລູກກົບ ແຜນການ 715.582 ໂຕ, ປະຕິບັດໄດ້ 618.000 ໂຕ ເທົ່າກັບ 86% ຂອງແຜນການ ເພື່ອຕອບ ສະໜອງໃຫ້ຜູ້ລ້ຽງພາຍໃນແຂວງ. ຂຶ້ນທະບຽນອອກໃບຕາດິນໄດ້ 12.907 ຕອນ ເທົ່າກັບ 87,23% ຂອງແຜນປີ, ອອກໃບຢັ້ງຢືນສິ່ງແວດລ້ອມໄດ້ 12 ຫົວໜ່ວຍ ເທົ່າກັບ 60% ຂອງແຜນປີ, ຕໍ່ໃບຢັ້ງຢືນສິ່ງແວດລ້ອມໄດ້ 22 ຫົວໜ່ວຍເທົ່າກັບ 27,5% ຂອງແຜນປີ; ເອົາໃຈໃສ່ຄຸ້ມຄອງ ການບຸກລຸກປ່າໄມ້, ທີ່ດິນປ່າໄມ້ ແລະ ສະກັດກັ້ນໄຟໄໝ້ລາມປ່າ ໃນເດືອນ ເມສາ ຫາ ພຶດສະພາ ໄຟໄໝ້ລາມປ່າເກີດຂຶ້ນ 6 ເມືອງ ມີເນື້ອທີ່ທັງໝົດ 4.690 ຮຕ; ສ້າງຄອບຄົວພົ້ນທຸກໄດ້ 62 ຄອບຄົວ ເທົ່າກັບ 19,13% ທຽບໃສ່ແຜນປີ (ແຜນການປີ 324 ຄອບຄົວ), ສ້າງຄອບຄົວ ພັດທະນາໄດ້ 190 ຄອບຄົວ ເທົ່າກັບ 25,46% ທຽບໃສ່ແຜນປີ (ແຜນການປີ 746 ຄອບຄົວ). ມູນຄ່າຂາຍຍົກ ປະຕິບັດໄດ້ 1.226,76 ຕື້ກີບ ເພີ່ມຂຶ້ນ 6,42%; ມູນຄ່າຂາຍຍ່ອຍ 1.426,82 ຕື້ກີບ ເພີ່ມຂຶ້ນ 4,66%; ມູນຄ່າເກັບຊື້ຜະລິດຕະພັນພາຍໃນ 1.474,30 ຕື້ກີບ ເພີ່ນມຂຶ້ນ 12,94%; ມູນຄ່າການສົ່ງອອກ 131,88 ລ້ານໂດລ່າ ເພີ່ມຂຶ້ນ 8,11%, ມູນຄ່າການນໍາເຂົ້າ 438,07 ລ້ານໂດລ່າ ຫຼຸດລົງ 3,32%, ມູນຄ່າສິນຄ້າ ຜ່ານແດນ 8,05 ລ້ານໂດລ່າ, ຂາດດຸນການຄ້າ 306,19 ລ້ານໂດລ່າ; ຕິດຕາມ ຊຸກຍູ້ ຫົວໜ່ວຍທຸລະກິດພາຍໃນ ແຂວງ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໃນບ້ວງຕ່າງໆຄື: ບ້ວງກອງທຶນສົ່ງເສີມ SME ໄດ້ 49 ຫົວໜ່ວຍມູນຄ່າ 42,1 ຕື້ກີບ, ບ້ວງນະໂຍບາຍກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ 88 ຫົວໜ່ວຍ ມູນຄ່າ 117,3 ຕື້ກີບ.ໂຄງການໄຟຟ້າໂຊລາເຊວ ສໍາເລັດ ແລະ ຊື້-ຂາຍໄຟຟ້າແລ້ວ 3 ໂຄງການ ສາມາດຜະລິດກະແສໄຟຟ້າໄດ້ 9.196.893 ກິໂລວັດໂມງ, ເປັນເງິນ 11,9 ຕື້ກວ່າກີບ. 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa