ບໍລິຄຳໄຊ ລະນຶກ 3 ວັນສຳຄັນຂອງພັກຂອງຊາດ

ຢູ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບົຮມແຂວງ ບໍລິຄຳໄຊ ໄດ້ຈັດຕັ້ງພິທີປະຖັກກະຖາ 3 ວັນສຳຄັນຂອງພັກ,ຂອງຊາດຂື້ນໃນຕອນບ່າຍຂອງວັນທີ 13 ກໍລະກົດ 2026 ໃຫ້ກຽດຂື້ນຫວນຄືນ 3 ວັນສຳຄັນໂດຍສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ,ມີພະນັກງານຜູ້ຊົງຄຸນວຸດທິ,ພະນັກງານນັກຮົບ,ພະນັກງານຫຼັກແຫຼ່ງຈາກພະແນກການ,ຫ້ອງການ,ສະພາປະຊາຊົນແຂວງເຂົ້າຮ່ວມເຊື່ອມຊຶມ.
ເອກະສານທີ່ນຳມາເຜີຍແຜ່,ເຊື່ອມຊຶມປະກອບມີ: ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ຂອງ ປະທານສຸພານຸວົງ,ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977 – 18 ກໍລະກົດ 2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962 – 5 ກັນຍາ 2026) ປະທານ ສຸພານຸວົງ ທີ່ປະຊາຊົນລາວເຄົາລົບຮັກ ແລະ ເອີ້ນກັນຢ່າງສະໜິດສະໜົມວ່າ “ເຈົ້າຊາຍແດງ”ແມ່ນໜຶ່ງໃນຜູ້ນຳທີ່ມີຄວາມໂດດເດັ່ນ ແລະ ສຳຄັນທີ່ສຸດໃນປະຫວັດສາດການຕໍ່ສູ້ເພື່ອກູ້ຊາດ ແລະ ສ້າງຕັ້ງ ສປປ ລາວ. ຫຼັງຈາກຈົບການສຶກສາ, ເພິ່ນໄດ້ໄປເຮັດວຽກເປັນວິສະວະກອນຢູ່ຫວຽດນາມ ແລະ ກໍາປູເຈຍ ເຊິ່ງເຮັດໃຫ້ເພິ່ນໄດ້ເຫັນຄວາມທຸກຍາກລຳບາກຂອງປະຊາຊົນພາຍໃຕ້ແອກປົກຄອງຂອງຝຣັ່ງ,ປີ 1945 ເພິ່ນໄດ້ພົບກັບປະທານ ໂຮ່ຈີມິນ ແລະ ເດີນທາງກັບຄືນປະເທດລາວເພື່ອເຂົ້າຮ່ວມຂະບວນການກູ້ຊາດເພິ່ນໄດ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແລະ ຜູ້ບັນຊາການສູງສຸດຂອງກອງທັບລາວອິດສະຫຼະ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ (ມີນາ 1946), ເພິ່ນໄດ້ຖືກບາດເຈັບສາຫັດຈາກການໂຈມຕີທາງອາກາດຂອງຝຣັ່ງ ໃນຂະນະທີ່ກຳລັງບັນຊາການຮົບຢູ່ແມ່ນ້ຳຂອງ ໃນປີ 1950, ເພິ່ນໄດ້ຮັບເລືອກເປັນປະທານ ສູນກາງແນວລາວອິດສະຫຼະ ແລະ ນຳພາການຕໍ່ສູ້ຮ່ວມກັບ ທ່ານ ໄກສອນ ພົມວິຫານ.ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ວັນທີ 2 ທັນວາ 1975, ທ່ານ ປະທານ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ຄົນທຳອິດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະທານສະພາປະຊາຊົນສູງສຸດ,ເພິ່ນໄດ້ອຸທິດທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຟື້ນຟູປະເທດຊາດ, ສ້າງຄວາມສາມັກຄີປອງດອງລະຫວ່າງເຜົ່າ ແລະ ເປີດກວ້າງການທູດກັບຕ່າງປະເທດ,ເພິ່ນໄດ້ຖືກຈົດຈຳໃນຖານະ “ວິລະບູລຸດຂອງຊາດ” ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ດຳລົງຊີວິດແບບງ່າຍດາຍ, ປະຢັດມັດທະຍັດ, ເປັນປັນຍາຊົນທີ່ຮອບຮູ້ຫຼາຍດ້ານ (ເວົ້າໄດ້ຫຼາຍພາສາ) ແລະ ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ຄົນຮຸ່ນຫຼັງຈົນເຖິງປັດຈຸບັນ.ພິທີຍັງໄດ້ຫວນຄືນມູນເຊື້ອແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຊິ່ງເປັນຂີດໝາຍປະຫວັດສາດ ແລະ ເປັນພື້ນຖານກົດໝາຍອັນໜັກແໜ້ນ ໃນການປົກປັກຮັກສາ ແລະ ພັດທະນາສອງປະເທດ.ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ຈາກປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ເຊິ່ງໄດ້ກາຍເປັນມໍລະດົກອັນລ້ຳຄ່າ ທີ່ບໍ່ມີວັນຈາງຫາຍ.ໂອກາດນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ ແລະ ພະນັກງານທຸກສະຫາຍ ຈົ່ງພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຫັນປ່ຽນຈິນຕະນາການ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ແລະ ພ້ອມກັນປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອນີ້ ໃຫ້ໝັ້ນຄົງຕະຫຼອດຊົ່ວການລະນານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa