ປະທານປົກຄອງແຂວງ ເຂົ້າຮ່ວມກິດຈຳກຳ ງານພົບປະມິດຕະພາບວຽກງານປ້ອງກັນຊາດຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 3

ກິດຈະກຳງານພົບປະມິດຕະພາບວຽກງານປ້ອງກັນຊາດ ເຂດຊາຍແດນ ຂັ້ນລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3 (ຢູ່ເບື້ອງລາວ) ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2026 ຢູ່ທີ່ດ່ານທ້ອງຖິ່ນນໍ້າອ້ອນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ດ່ານ ແທ໋ງຖຸ໋ຍ ແຂວງເຫງະອານ ສສ ຫວຽດນາມ, ຝ່າຍ ສປປລາວ ນຳໂດຍ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປລາວ ລັດຖະມົນຕີກະຊວງປ້ອງກັນປະເທດ, ຝ່າຍ ສສ ຫວຽດນາມນຳໂດຍ ທ່ານພົນເອກ ຟາມວັນຢາງ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ສຳລັບແຂວງບໍລິຄຳໄຊ ເຂົ້າຮ່ວມໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ຕາງໜ້າໃຫ້ຄະນະພັກ, ຄະນະປົກຄອງແຂວງ, ສະພາປະຊາຊົນແຂວງ ນຳພາຄະນະເຂົ້າຮ່ວມ.
ເຂດຊາຍແດນນໍ້າອ້ອນ-ແທ໋ງຖຸ໋ຍ ເປັນໜຶ່ງໃນເຂດຊາຍແດນທີ່ສະທ້ອນໃຫ້ເຫັນຄວາມສຳພັນອັນແໜ້ນແຟ້ນ ລະຫວ່າງ ປະຊາຊົນສອງປະເທດ, ປະຊາຊົນທັງສອງຝັ່ງໄດ້ດໍາລົງຊີວິດດ້ວຍຄວາມສາມັກຄີ, ຊ່ວຍເຫຼືອເກື້ອກູນກັນ ແລະ ຮ່ວມມືກັນໃນການຮັກສາຄວາມສະຫງົບຕາມແນວຊາຍແດນ ການເລືອກເຂດນີ້ເປັນສະຖານທີ່ຈັດກິດຈະກຳສຳຄັນ ຈຶ່ງມີຄວາມໝາຍຢ່າງຍິ່ງຕໍ່ການສືບຕໍ່ສາຍພົວພັນອັນດີງາມຂອງສອງຊາດ. ຈຸດເດັ່ນຂອງງານຄັ້ງນີ້ ແມ່ນການທີ່ສອງກອງທັບໄດ້ຮ່ວມກັນຈັດກິດຈະກຳປູກຕົ້ນໄມ້ມິດຕະພາບຊາຍແດນລາວ-ຫວຽດນາມ ຈຸດຫຼັກໝາຍເລກທີ 460, ວາງສີລາລຶກໂຄງການກໍ່ສ້າງອາຄານ ແລະ ສິ່ງເອື້ອອຳນວຍຈຸດປະສານງານທະຫານຊາຍແດນລາວ-ຫວຽດນາມ,ໄປຢ້ຽມຢາມ ແລະ ຊຸກຍູ້ສົ່ງເສີມການສຶກສາ ໂຮງຮຽນຢູ່ປະຖົມທົ່ງນາມູນ ບ້ານ ສົບເຕີ່ງ ພ້ອມມອບອຸປະກອນຕຳລາການຮຽນ-ການສອນ ມອບທຶນການສຶກສາ ແລະ ສິ່ງຈຳເປັນອື່ນໆ ໃຫ້ແກ່ນັກຮຽນ ຄູ-ອາຈານ, ສ້າງເງື່ອນໄຂການຮຽນ-ການສອນໃຫ້ດີຂຶ້ນ ແລະ ກຳລັງໃຈໃຫ້ແກ່ເຍົາວະຊົນຕາມແນວຊາຍແດນໄດ້ສືບຕໍ່ສຶກສາຮໍ່າຮຽນ, ຄຽງຄູ່ກັນນັ້ນ ສອງກອງທັບຍັງໄດ້ເອົາໃຈໃສ່ວຽກງານສາທາລະນະສຸກ ເຊິ່ງທີມແພດທະຫານຂອງສອງປະເທດ ໄດ້ຈັດກິດຈະກຳກວດສຸຂະພາບ, ປິ່ນປົວພະຍາດ, ແຈກຢາຟຣີ ແລະ ໃຫ້ຄຳປຶກສາກ່ຽວກັບການຮັກສາສຸຂະພາບແກ່ປະຊາຊົນ ພ້ອມມອບເຄື່ອງມືແພດ, ອຸປະກອນການແພດ ແລະ ສິ່ງຂອງຈຳເປັນໃຫ້ແກ່ສຸກສາລາ ບ້ານ ສົບເຕີ່ງ ເພື່ອຊ່ວຍຍົກລະດັບຄຸນນະພາບການບໍລິການ, ມອບລົດຈັກໃຫ້ 3 ຕາແສງ ເມືອງໄຊຈຳພອນ,ມອບງົວໃຫ້ປະຊາຊົນເພື່ອນຳໄປຂະຫຍາຍພັນຈຳນວນ 50 ໂຕໃນ 3 ບ້ານເປົ້າໝາຍ, ເຊິ່ງສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນສອງຝັ່ງຊາຍແດນ, ສ້າງຄວາມກິນດີຢູ່ດີ ແລະ ເຊື່ອມສາຍສຳພັນລະຫວ່າງປະຊາຊົນສອງຊາດ. ງານພົບປະມິດຕະພາບ ວຽກງານປ້ອງກັນຊາດ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 3 ຍັງຈະໄດ້ຈັດຂຶ້ນຢູ່ເບື້ອງຫວຽດນາມ ໃນວັນທີ 10 ກໍລະກົດ 2026 ນີ້, ສະທ້ອນໃຫ້ເຫັນເຖິງສາຍພົວພັນອັນເປັນພິເສດຂອງສອງພັກ, ສອງລັດ ແລະ ສອງກອງທັບ. ນອກຈາກການແລກປ່ຽນປະສົບການດ້ານວຽກງານປ້ອງກັນຊາດ, ການຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບຕາມແນວຊາຍແດນແລ້ວ, ຍັງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນຢູ່ຕາມແນວຊາຍແດນ ຢູ່ເຂດນໍ້າອ້ອນ-ແທ໋ງຖຸ໋ຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa